El Salvador ວາງແຜນທີ່ຈະສ້າງ 'Bitcoin City'

El Salvador ວາງແຜນທີ່ຈະສ້າງ ‘Bitcoin City’ ແລະ ລະດົມທຶນ 1 ຕື້ໂດລາຜ່ານ ‘Bitcoin Bond’

El Salvador ວາງແຜນທີ່ຈະສ້າງ ‘Bitcoin City’ ແລະ ລະດົມທຶນ 1 ຕື້ໂດລາຜ່ານ ‘Bitcoin Bond’El Salvador ວາງແຜນທີ່ຈະສ້າງ “ເມືອງ Bitcoin” ຢູ່ໃກ້ກັບພູເຂົາໄຟທີ່ຈະໄດ້ຮັບການສະຫນັບສະຫນູນຈາກ cryptocurrency, ປະທານາທິບໍດີ Nayib Bukele ຂອງປະເທດໄດ້ປະກາດໃນວັນເສົາ.ເມືອງດັ່ງກ່າວຈະມີພື້ນທີ່ທີ່ຢູ່ອາໄສ ແລະ ການຄ້າ, ການບໍລິການ, ການບັນເທີງ, ຮ້ານອາຫານ ແລະ ສະຫນາມບິນ, ແລະຈະຖືກສ້າງຂຶ້ນຢູ່ໃກ້ກັບພູເຂົາໄຟ Conchagua ໃນພາກຕາເວັນອອກສຽງໃຕ້ຂອງ El Salvador.ການກໍ່ສ້າງຈະເລີ່ມຕົ້ນໃນປີ 2022 ແລະ ເມືອງຈະບໍ່ມີພາສີ. ຍົກເວັ້ນພາສີມູນຄ່າເພີ່ມ (VAT).ໃນເດືອນມິຖຸນາ, El Salvador ໄດ້ຜ່ານກົດຫມາຍທີ່ເຮັດໃຫ້ ກາຍເປັນປະເທດທໍາອິດໃນໂລກທີ່ຍອມຮັບ bitcoin ເປັນທາງການ ແລະ ມີກົດຫມາຍຮັບຮອງ. ແຕ່ກໍ່ບໍ່ແມ່ນປະຊາກອນທັງໝົດ ທີ່ເຂົ້າໃຈເປັນອັນດຽວກັນໃນການປ່ຽນແປງດັ່ງກ່າວ.ໃນເດືອນກັນຍາ, ປະຊາຊົນຫລາຍພັນຄົນໄດ້ຍ່າງທາງເພື່ອປະທ້ວງກົດຫມາຍ, ເພາະພວກເຂົາບາງສ່ວນຢ້ານວ່າການນໍາ cryptocurrency ເຂົ້າມາ, ມັນອາດຈະນໍາພາໄປສູ່ຄວາມບໍ່ສະຖຽນລະພາບດ້ານການເງິນໃນແຖບປະເທດອາເມລິກາກາງກໍ່ເປັນໄດ້.

May be an image of 2 people and text
El Salvador ວາງແຜນທີ່ຈະສ້າງ ‘Bitcoin City’

Comments