ຟີລິບປິນ ເຊັນສັນຍາໂອນເງິນທາງດິຈິຕອນກັບ ສິງກະໂປ

ຟີລິບປິນ ເຊັນສັນຍາໂອນເງິນທາງດິຈິຕອນກັບ ສິງກະໂປ,​ ຕາມຫຼັງ ກຳປູເຈຍ ທີ່ລຳ້ໜ້າກ່ອນ.

ທະນາຄານ​ກາງ​ສິງກະ​ໂປ ແລະ​ ທະນາຄານຟີ​ລິບ​ປິນ ​ໄດ້​ລົງ​ນາມ​ຂໍ້​ຕົກລົງ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ຊຳລະ​ເງິນ​ດີ​ຈີ​ຕອນ​ລະຫວ່າງ​ສອງ​ປະ​ເທດ. ການຮ່ວມມືດ້ານ FinTech ສະບັບປັບປຸງທີ່ລົງນາມໂດຍອົງການການເງິນສິງກະໂປ (MAS) ແລະ Bangko Sentral ng Pilipinas (BSP) ໃນວັນຈັນ, ທີ່ໄດ້ສ້າງຂື້ນໃນຂໍ້ຕົກລົງ ປີ 2017 ເພື່ອຂະຫຍາຍຂອບເຂດຂອງການຮ່ວມມື FinTech.ຂໍ້​ຕົກລົງ​ດັ່ງກ່າວ​ໄດ້​ເຊື່ອມ​ຕໍ່​ລະບົບ​ການ​ຊຳລະ​ເງິນ​ແບບ​ວິນນາທີຕໍ່ວິນາທີ ​ແລະ ລະບົບ QR ໂຄດ ຂອງ​ສອງ​ປະ​ເທດ, ​ເພື່ອ​ສະໜອງ​ການ​ຊໍາລະ​ຂ້າມ​ຊາຍ​ແດນ​ແບບ​ທັນ​ທີ, ບໍ່​ຕິດ​ຂັດ ​ແລະ ລາຄາ​ຕໍ່າ, ​ເຊິ່ງຈະ​ຊ່ວຍ​ໃຫ້​ຜູ້​ເດີນທາງ​ລະຫວ່າງ​ສອງ​ປະ​ເທດ​ ທີ່ມີ​ປະມານ 900,000 ຄົນ​ກ່ອນການ​ລະບາດຂອງໂລກ​ໂຄ​ໂຣນາ​ໄດ້​ຕັດ​ການ​ເຊື່ອມ​ຕໍ່​ການ​ເດີນທາງ. ຄາດວ່າຈະກັບຄືນມາໃນຂະນະທີ່ຂະບວນການສັກຢາວັກຊີນຂອງສອງປະເທດຊ່ວຍໃຫ້ມີພູມຕ້ານທານໃຫ້ແກ່ຮ່າງກາຍ.

May be an image of 1 person, outdoors and text
ຟີລິບປິນ ເຊັນສັນຍາໂອນເງິນທາງດິຈິຕອນກັບ ສິງກະໂປ

Comments