ແຈ້ງການ ເຫັນດີໃຫ້ ຈັດງານບຸນນະມັດສະການພະທາດຫລວງ

ແຈ້ງການ ເຫັນດີໃຫ້ ຈັດງານບຸນນະມັດສະການພະທາດຫລວງ

ແຈ້ງການຈາກຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເລກທີ 1435/ຫສນຍ ນະຄອນຫຼວງວຽງຈັນ, ລົງວັນທີ 11 ພະຈິກ 2021.
ລາຍລະອຽດແຈ້ງການມີດັ່ງນີ້:
ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຊີ້ນໍາຂອງທ່ານ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາ ວຽກງານຂົງເຂດການປົກຄອງ ແລະ ວັດທະນະທໍາ-ສັງຄົມ ມາຍັງທ່ານຊາບ ດັ່ງນີ້: “ເຫັນດີອະນຸມັດໃຫ້ນະຄອນຫຼວງວຽງຈັນ ຈັດງານປະເພນີບຸນນະມັດສະການພຣະທາດຫຼວງວຽງຈັນ ປະຈໍາປີ 2021, ກໍານົດເວລາ 03 ວັນ (ນັບແຕ່ວັນທີ 17 ຫາ 19 ພະຈິກ 2021) ໂດຍອະນຸຍາດໃຫ້ຈັດແຕ່ກິດຈະກໍາທີ່ເປັນປະເພນີທາງສາສະຫນາເທົ່ານັ້ນ, ສ່ວນລາຍລະອຽດມອບໃຫ້ຄະນະ ສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19. ຂັ້ນນະຄອນຫຼວງວຽງຈັນ ເປັນເຈົ້າ ການສົມທົບກັບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າ ແລະ ຕົກລົງ ທັງຊີ້ນໍາການປະຕິບັດມາດຕະການຕ່າງໆ ທີ່ວາງອອກຢ່າງເຂັ້ມ ງວດ ແລະ ຮັບປະກັນໃຫ້ມີຄວາມສະຫງົບຮຽບຮ້ອຍທາງສັງຄົມ”.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການ ສະບັບນີ້ດ້ວຍ.
ລັດຖະມົນຕີ, ຫົວຫນ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ທ່ານ ຄຳເຈນ ວົງໂພສີ

May be an image of outdoors and text
ແຈ້ງການ ເຫັນດີໃຫ້ ຈັດງານບຸນນະມັດສະການພະທາດຫລວງ

Comments