ສຳເລັດການຖ່າຍທອດ ການປ່ອຍດາວທຽມຂອງ ປະເທດຫວຽດນາມ ຂຶ້ນສູ່ວົງໂຄຈອນ ໃນເວລາ 9 ໂມງ 55 ນາທີ ຂອງວັນທີ 9/11 (ຕາມເວລາທ້ອງຖິ່ນ), ຈະຫຼວດ Epsilon ໝາຍເລກ 5 (Epsilon-5) ໄດ້ສຳເລັດການຍິງຂຶ້ນສູ່ອາວະກາດຈາກສູນອາວະກາດ Uchinoura, ບັນຈຸດາວທຽມ NanoDragon ຂອງຫວຽດນາມ ແລະ ດາວທຽມຍີ່ປຸ່ນ ອີກ 8 ດວງ. ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ຍີ່ປຸ່ນ ທ່ານ Vu Hong Nam ທີ່ມີໜ້າເຂົ້າຮ່ວມຢູ່ໃນສູນອາວະກາດ Uchinoura ໄດ້ໃຫ້ຮູ້ວ່າ: “ຂ້າພະເຈົ້າຕື່ນເຕັ້ນຫລາຍເມື່ອໄດ້ເຫັນຍານອາວະກາດ Epsilon-5 ຢູ່ສູນກາງ. Uchinoura Cosmos ເລີ່ມສົ່ງດາວທຽມ NanoDragon ຂອງຫວຽດນາມ ຂຶ້ນສູ່ອາວະກາດ. ໄລຍະເວລານີ້ ໄດ້ບັນທຶກລົງໃນປະຫວັດສາດຂອງຫວຽດນາມແລ້ວ, ເປັນຂີດໝາຍການເຕີບໂຕໃໝ່ຂອງອຸດສາຫະກຳອະວະກາດຂອງຫວຽດນາມ.” ສັງເກດໄດ້ວ່າ ປະເທດອື່ນໆໂດຍສະເພາະ ປະເທດເພື່ອນບ້ານ ແມ່ນບໍ່ໄດ້ຢຸດການພັດທະນາ ເຖິງວ່າສະພາບການແຜ່ລະບາດຍັງສືບຕໍ່, ສະນັ້ນຂໍເປັນກຳລັງໃຈໃຫ້ທຸກຂະແໜງການ ຈົ່ງຮີບສ້າງຜົນງານຂອງຕົນໃຫ້ປະສົບຜົນສຳເລັດ ເພື່ອປະເທດຊາດຂອງເຮົາ.