ທີ່ແບກແດດ, ອີຣັກ (CNN) ນາຍົກລັດຖະມົນຕີອີຣັກ ທ່ານ Mustafa Al-Kadhimi ໄດ້ຫຼົບໜີຈາກຄວາມພະຍາຍາມລອບສັງຫານໃນວັນອາທິດວານນີ້ ຫຼັງຈາກເຮືອບິນບໍ່ມີຄົນຂັບລຳນຶ່ງ ທີ່ບັນຈຸລະເບີດໄດ້ແນເປົ້າໃສ່ເຮືອນພັກຂອງເພີ່ນໃນນະຄອນ Baghdad, ກອງທັບຂອງປະເທດກ່າວວ່າ:Al-Kadhimi ໄດ້ລົງຂໍ້ຄວາມໃນ Twitter ໃນຊ່ວງເວລາຫຼັງການໂຈມຕີ ແລະ ຮຽກຮ້ອງໃຫ້ “ໃຫ້ມີຄວາມສະຫງົບ ແລະ ອົດກັ້ນຈາກທຸກຄົນ.””ຂໍຂອບໃຈພະເຈົ້າ, ຂ້ອຍປອດໄພສະບາຍດີ ແລະ ໃນບັນດາປະຊາຊົນຂອງຂ້ອຍ,” ລາວ tweeted ໃນບັນຊີທາງການຂອງຕົນ.ທ່ານໄດ້ເອີ້ນການໂຈມຕີດັ່ງກ່າວວ່າ ເປັນການໂຈມຕີທີ່ຂີ້ຂາດ, ໂດຍກ່າວວ່າພວກເຂົາເຈົ້າທຳການຕໍ່ຕ້ານອະນາຄົດທີ່ດີກວ່າຂອງປະເທດ. ທ່ານ Al-Kadhimi ຮຽກຮ້ອງໃຫ້ມີການເຈລະຈາທີ່ມີຄວາມສະຫງົບ ແລະ ສ້າງສັນ “ເພື່ອຜົນປະໂຫຍດຂອງອີຣັກ ແລະ ອະນາຄົດຂອງອີຣັກ.”
