OPEC+ ຕົກລົງຈະເພີ່ມການຜະລິດນໍ້າມັນໃນເດືອນທັນວາ

OPEC+ ຕົກລົງຈະເພີ່ມການຜະລິດນໍ້າມັນໃນເດືອນທັນວາ

ຂ່າວສານຫວຽດນາມລາຍງານວ່າ: ວັນທີ 4 ພະຈິກ ຜ່ານມາ, ອົງການບັນດາປະເທດຜູ້ສົ່ງອອກນຳ້ມັນ OPEC ແລະ ປະເທດຄູ່ຮ່ວມມື OPEC+ ໄດ້ເຫັນດີເພີ່ມປະລິມານການຜະລິດນຳ້ມັນຂຶ້ນເລັກໜ້ອຍ ເຖິງວ່າຈະໄດ້ຮັບຄວາມກົດດັນຈາກອາເມຣິກາ ແລະ ບັນດາປະເທດຊົມໃຊ້ນຳ້ມັນລາຍໃຫຍ່ ເພື່ອເຮັດໃຫ້ລາຄານຳ້ມັນໃນໂລກຫຼຸດລົງ.ຂ່າວລະບຸວ່າ: ໃນຖະແຫຼງການສະບັບໜຶ່ງ, OPEC ພ້ອມກັບບັນດາຄູ່ຮ່ວມມືໄດ້ຢືນຢັນຄືນໃໝ່ວ່າ ຈະເພີ່ມປະລິມານການຜະລິດນຳ້ມັນ 400.000 ບາເຣນຕໍ່ມື້ ນັບແຕ່ເດືອນທັນວາ 2021. ໃນເດືອນເມສາທີ່ຜ່ານມາ, ພະຍາດລະບາດ ໂຄວິດ-19 ໄດ້ມີການແຜ່ລະບາດຢ່າງຮຸນແຮງ, OPEC+ ໄດ້ຕົກລົງຫຼຸດການຜະລິດນໍ້າມັນລົງ 9,7 ລ້ານບາເຣນຕໍ່ມື້ ແລະ ຈະຄ່ອຍໆຟື້ນຟູການສະໜອງຈົນຮອດເດືອນເມສາ ປີ 2022. ຂໍ້ມູນຈາກ: ປະເທດລາວ#TargetMagazine#laosnews

OPEC+ ຕົກລົງຈະເພີ່ມການຜະລິດນໍ້າມັນໃນເດືອນທັນວາ

Comments