ທ່ານ ສີຈິ້ນຜິງ ກ່າວວ່າ: ເຮັດໃຫ້ສາຍລົມລະດູບານໃໝ່ແຫ່ງການເປີດປະຕູສູ່ ພາຍນອກສົ່ງຄວາມອົບອຸ່ນໃຫ້ກັບທົ່ວໂລກ
ຕອນຄຳ່ຂອງວັນທີ 4 ພະຈິກນີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ເຂົ້າຮ່ວມພິທີເປີດງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 4 ຜ່ານທາງວີດີໂອ, ທັງກ່າວຄຳປາໄສທີ່ມີຫົວຂໍ້ວ່າ “ເຮັດໃຫ້ສາຍລົມລະດູບານໃໝ່ແຫ່ງການເປີດປະຕູສູ່ ພາຍນອກສົ່ງຄວາມອົບອຸ່ນໃຫ້ກັບທົ່ວໂລກ”.
ທ່ານ ສີຈິ້ນຜິງ ກ່າວວ່າ: ການເປີດປະຕູສູ່ພາຍນອກແມ່ນສັນຍາລັກທີ່ຊັດເຈນຂອງຈີນ ໃນຍຸກປະຈຸບັນ. ປີນີ້ແມ່ນປີທີ່ປະເທດຈີນເຂົ້າເປັນສະມາຊິກອົງການການຄ້າໂລກຄົບຮອບ 20 ປີ. ໃນໄລຍະ 20 ປີທີ່ຜ່ານມາ, ຈີນໄດ້ປະຕິບັດຕາມຄຳໝັ້ນສັນຍາໃນເວລາເຂົ້າເປັນສະມາຊິກອົງການການຄ້າໂລກຢ່າງຮອບດ້ານ, ເປີດກວ້າງການເປີດປະຕູສູ່ພາຍນອກຢ່າງບໍ່ຢຸດຢັ້ງ, ເຊິ່ງໄດ້ກະຕຸກຊຸກຍູ້ການພັດທະນາຂອງຈີນໃຫ້ເປັນຂະບວນຟົດຟື້ນ, ທັງໄດ້ກະຕຸກຊຸກຍູ້ໃຫ້ເສດຖະກິດໂລກພັດທະນາຢ່າງມີຊີວິດຊີວາ.
ທ່ານ ສີຈິ້ນຜິງ ກ່າວເນັ້ນຕື່ມອີກວ່າ: ຈີນຈະບໍ່ປ່ຽນແປງການຕັດສິນໃຈໃນການເປີດກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງ, ຈະບໍ່ປ່ຽນແປງການຕັດສິນໃຈໃນການແບ່ງປັນກາລະໂອກາດການພັດທະນາໃຫ້ກັບໂລກ, ແລະ ຈະບໍ່ປ່ຽນແປງການຕັດສິນໃຈໃນການຊຸກຍູ້ເສດຖະກິດ ໃນຍຸກໂລກາພິວັດໃຫ້ກ້າວໄປສູ່ທິດທາງທີ່ເປີດກວ້າງ ແບບກວມລວມ ສ້າງຜົນປະໂຫຍດໃຫ້ທົ່ວເຖິງ, ດຸນດ່ຽງ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດຫລາຍກວ່າເກົ່າ.
ທ່ານ ສີຈິ້ນຜິງ ກ່າວຕື່ມວ່າ: ຈີນຈະປົກປ້ອງລັດທິຫຼາຍຝ່າຍທີ່ແທ້ຈິງຢ່າງເດັດດ່ຽວ ແລະ ໜຽວແໜ້ນ, ຈະສະໜັບສະໜູນການປະຕິຮູບອົງການການຄ້າໂລກໃຫ້ກ້າວໄປສູ່ທິດທາງທີ່ຖືກຕ້ອງ, ສະໜັບສະໜູນການພັດທະນາແບບກວມລວມຕາມລະບຽບການການຄ້າຫຼາຍຝ່າຍ, ສະໜັບສະໜູນສິດຜົນປະໂຫຍດທີ່ຖືກຕ້ອງກັບກົດໝາຍຂອງສະມາຊິກອົງການການຄ້າໂລກທີ່ເປັນປະເທດພວມພັດທະນາ; ຈີນຈະແບ່ງປັນໂອກາດດ້ານການຕະຫຼາດໃຫ້ກັບໂລກຢ່າງເດັດດ່ຽວໜຽວແໜ້ນ; ຈະຊຸກຍູ້ການເປີດປະຕູສູ່ພາຍນອກໃນລະດັບສູງຢ່າງເດັດດ່ຽວໜຽວແໜ້ນ; ຈະປົກປັກຮັກສາຜົນປະໂຫຍດຮ່ວມຂອງໂລກຢ່າງເດັດດ່ຽວໜຽວແໜ້ນ.
ໃນຕອນທ້າຍ, ທ່ານ ສີຈິ້ນຜິງ ໄດ້ຍົກຄຳສຸພາສິດຈີນ ມາກ່າວເນັ້ນວ່າ: “ການຍົກເຄື່ອງໜັກພຽງຜູ້ດຽວຈະລຳບາກຫຼາຍ; ຫຼາຍຄົນເດີນທາງຮ່ວມກັນ ຈະກ້າວໄປໜ້າໄດ້ໄວກວ່າ.” ເງົາມືດແຫ່ງການແຜ່ລະບາດຂອງພະຍາດໂຄວິດ-19 ຍັງບໍ່ທັນຈາງຫາຍໄປເທື່ອ, ການຟື້ນຄືນດ້ານເສດຖະກິດຂອງໂລກຍັງປະເຊີນກັບອຸປະສັກຕ່າງໆນາໆ, ປະຊາຊົນບັນດາປະເທດຍິ່ງຕ້ອງການການຮ່ວມແຮງຮ່ວມໃຈກັນເພື່ອຜ່ານຜ່າຄວາມຫຍຸ້ງຍາກໃນປະຈຸບັນ. ຈີນຍິນດີຮ່ວມກັບບັນດາປະເທດ, ຮ່ວມກັນສ້າງເສດຖະກິດໂລກແບບເປີດກວ້າງ, ເຮັດໃຫ້ສາຍລົມລະດູບານໃໝ່ແຫ່ງການເປີດປະຕູສູ່ພາຍນອກສົ່ງຄວາມອົບອຸ່ນໃຫ້ກັບທົ່ວໂລກ.
ຂ່າວ: ຊີອາໄອ
ຮຽບຮຽງຂ່າວໂດຍ: ປະຊາຊົນ
