AUSTRALIA'S INTER-TRAVEL START

AUSTRALIA’S INTER-TRAVEL START ພາບບັນຍາກາດແຫ່ງຄວາມສຸກ ພາຍຫຼັງຫ້າມການເດີນທາງເກືອບ 20 ເດືອນ

ພາບບັນຍາກາດແຫ່ງຄວາມສຸກ ໃນຂະນະທີ່ການເດີນທາງໄປຕ່າງປະເທດຂອງຄົນອົດສະຕຣາລີ ເລີ່ມຕົ້ນໃໝ່ພາຍຫຼັງການຫ້າມການເດີນທາງເກືອບ 20 ເດືອນຊິດນີ (CNN) ລາຍງານວ່າ – ຊາຍແດນສາກົນຂອງອົດສະຕຣາລີໄດ້ເປີດຄືນໃຫມ່ໃນຕົ້ນອາທິດທີ່ຜ່ານມາ, ການຫ້າມການເດີນທາງໄດ້ສິ້ນສຸດລົງ, ມັນເກືອບ 20 ເດືອນທີ່ມີຂໍ້ຈໍາກັດທີ່ເຄັ່ງຄັດ ແລະ ຕົ້ນອາທິດຜ່ານມາເຮັດໃຫ້ເກີດຄວາມຮູ້ສຶກຕື້ນຕັນທີ່ສະຫນາມບິນ Sydney ແລະ Melbourne ໃນຂະນະທີ່ປະຊາຊົນໄດ້ພົບກັບຄົນທີ່ຮັກຂອງພວກເຂົາ.ຢູ່​ສະໜາມ​ບິນ​ຊິດ​ນີ, ຜູ້​ໂດຍສານ​ໃນ​ຖ້ຽວ​ບິນ​ຈາກ​ສິງກະ​ໂປ ​ແລະ ລອສ ​ແອງ​ເຈີ​ລິ​ສ ​ໄດ້​ກອດ​ກັນທັງນຳ້ຕາແຫ່ງຄວາມສຸກອີກຄັ້ງ.ຄູ່​ສາມີພັນລະຍາຫລາຍຄູ່ໄດ້​ເຕົ້າ​ໂຮມ​ກັນ​ດ້ວຍ​ນຳ້ຕາແຫ່ງຄວາມຄິດຮອດ, ບາງ​ຄົນ​ຖື​ດອກ​ໄມ້, ບາງ​ຄົນ​ຖື​ປ້າຍ​ອັນ​ເປັນ​ເຄື່ອງ​ໝາຍ. ແມ່​ຍິງ​ຄົນ​ໜຶ່ງ​ໄດ້​ຮ້ອງ​ໄຫ້​ໃນ​ຂະ​ນະ​ທີ່​ນາງ​ກອດ​ລູກ​ສາວ​ຢູ່​ຫ້ອງ​ຮັບ​ແຂກ​ໃນ​ຊິດ​ນີ ຫຼັງ​ຈາກ​ກັບ​ຄືນ​ຈາກ​ລັດ ລອ​ສ ແອງ​ເຈີ​ລິ​ສ. “ຂ້ອຍຮັກເຈົ້າຫຼາຍ,” ນາງເວົ້າກັບລູກສາວ.ອົດສະຕຣາລີເປັນໜຶ່ງໃນບັນດາປະເທດທຳອິດທີ່ປິດຊາຍແດນຂອງຕົນໃນການເດີນທາງລະຫວ່າງປະເທດໃນເດືອນມີນາ 2020. ບໍ່ດົນຫລັງຈາກການລະບາດຂອງໂລກລະບາດໂຄວິດ, ລັດຖະບານກ່າວວ່າພຽງແຕ່ພົນລະເມືອງ ແລະ ຜູ້ຢູ່ອາໄສຖາວອນເທົ່ານັ້ນທີ່ໄດ້ຮັບອະນຸຍາດໃຫ້ເຂົ້າ, ແລະ ພວກເຂົາຈະຕ້ອງຜ່ານການ​ກັກ​ຕົວທີ່ໂຮງແຮມສອງອາທິດ. ລະບົບໂຄຕ້າຍັງຈຳກັດຈຳນວນຄົນທີ່ສາມາດເຂົ້າມາໄດ້ໃນແຕ່ລະມື້ຢ່າງເຄັ່ງຄັດ.#TargetMagazine

May be an image of 5 people and text
AUSTRALIA’S INTER-TRAVEL START

Comments