ລົດຈັກແບບເຫາະ hoverbike

ລົດຈັກແບບເຫາະ hoverbike ເປັນລຸ້ນຈໍາກັດ ໄດ້ທົດລອງບິນ, ໄດ້ເປີດໃຫ້ສັ່ງຈອງແລ້ວ

ອາທິດທີ່ຜ່ານມາ, ຜູ້ພັດທະນາໂດຣນຍີ່ປຸ່ນ ALI Technologies ໄດ້ທຳການຂັບເຄື່ອນຂຶ້ນສູ່ທ້ອງຟ້າໃນໄລຍະສັ້ນໆ ເທິງສະໜາມແຂ່ງ Fuji Speedway ສໍາລັບການເປີດຕົວ hoverbike Xturismo Limited Edition ທີ່ມີຮູບຊົງເງົາງາມສະດຸດຕາ, ເຊິ່ງໃນຕອນນີ້ໄດ້ເປີດໂອກາດໃຫ້ສາມາດສັ່ງຈອງ ແລະ ພ້ອມດ້ວຍການຈັດສົ່ງທີ່ຄາດວ່າຈະປະຕິບັດຕາມໃນເຄິ່ງປີ 2022ທີ່ຈະມາເຖິງ.ໄດ້ມີການພັດທະນານັບຕັ້ງແຕ່ ປີ 2017, ALI Tech (ເຊິ່ງມີ Mitsubishi, Yanmar ແລະ Kyocera ໃນບັນດາລູກຄ້າຂອງຕົນ) ໄດ້ເລີ່ມຕົ້ນການສ້າງກ່ອນການທົດລອງກະກຽມການເປີດໂຕ ໃນເດືອນມິຖຸນາທີ່ຜ່ານມາ ແລະ ອີກສ່ວນຄືການທີ່ໃຫ້ເວັບໄຊທ໌ແຍກຕ່າງຫາກສໍາລັບ ການເປີດໂຕຂອງ hoverbike ໂດຍການຖ່າຍທອດສົດ. ວິດີໂອອັນທໍາອິດໄດ້ປະກົດໃນຫນຶ່ງເດືອນກ່ອນໜ້າ, ທີ່ສະແດງໃຫ້ເຫັນບ່ອນທີ່ຜູ້ຂັບຂີ່ໄດ້ຂັບເຄື່ອນຂຶ້ນຈາກທາງຫລັງຂອງເນີນພູ ເພື່ອບິນລົງຊາຍຝັ່ງໄປສູ່ເນີນພູຂອງລີສອດສີຂຽວທີ່ຫລາຍທ່ານອາດເຫັນຜ່ານຕາມາກ່ອນໜ້ານີ້ແລ້ວ.#TargetMagazine

May be an image of outdoors and text
ລົດຈັກແບບເຫາະ hoverbike
May be an image of outdoors

May be an image of bicycle

Comments