ລັດຖະບານລາວ ກໍານົດເປົ້າໝາຍສັກວັກຊິນປ້ອງກັນໂຄວິດ-19 ໃຫ້ປະຊາຊົນ ໃຫ້ໄດ້ 3,7 ລ້ານຄົນ ໃນປີ 2021

ໃນວັນທີ 4 ມິຖຸນາ 2021 ທີ່ກະຊວງສາທາລະສຸກ ໄດ້ມີກອງປະຊຸມຮ່ວມກັບສື່ມວນຊົນ ກ່ຽວກັບວັກແຊງກັນພະຍາດໂຄວິດ-19, ໂດຍການເປັນປະທານຂອງ ທ່ານ ດຣ. ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ມີຕາງໜ້າອົງການຢູນີເຊບ, ອົງການອະນາໄມໂລກ ປະຈຳ ລາວ, ພ້ອມດ້ວຍບັນດາສື່ມວນຊົນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

อาจเป็นรูปภาพของ หนึ่งคนขึ้นไป และผู้คนกำลังนั่ง

ຈຸດປະສົງຂອງກອງປະຊຸມຮ່ວມກັບສື່ມວນຊົນຄັ້ງນີ້, ເພື່ອແນະນໍາໃຫ້ແກ່ສື່ມວນຊົນກ່ຽວກັບວັກຊິນກັນພະຍາດໂຄວິດ-19 ທີ່ກໍາລັງສ້າງຄວາມເຊື່ອໝັ້ນຕໍ່ຄວາມປອດໄພ ແລະ ປະສິດທິຜົນຂອງວັກຊິນ. ພ້ອມນີ້, ກອງປະຊຸມ ຍັງຈະຖືໂອກາດແຈ້ງ ໃຫ້ບັນດານັກຂ່າວ ກ່ຽວກັບຜົນໄດ້ຮັບຂອງການສັກວັກຊິນໃນໄລຍະຜ່ານມາ ແລະ ເປົ້າໝາຍທີ່ຈະສັກຢາວັກຊິນໃນໄລຍະຕໍ່ໄປ ສະບັບປັບປຸງທີ່ລັດຖະບານ ແຫ່ງ ສປປ ລາວ ກໍານົດໄວ້ ສໍາລັບ ປີ 2021.

อาจเป็นรูปภาพของ สถานที่ในร่ม

ໃນໂອກາດດັ່ງກ່າວ, ທ່ານ ດຣ. ພອນປະເສີດ ອຸນາພົມ ໄດ້ກ່າວວ່າ: ລັດຖະບານ ແຫ່ງ ສປປ ລາວ ໄດ້ກໍານົດເປົ້າໝາຍໃຫ້ປະຊາຊົນລາວ ໃຫ້ຮັບວັກຊິນປ້ອງກັນໂຄວິດ-19 ໃຫ້ໄດ້ 50% ຂອງປະຊາກອນທັງໝົດ ຫລື 3,7 ລ້ານຄົນ ສໍາລັບ ປີ 2021. ປັດຈຸບັນ ສປປ ລາວ ໄດ້ຮັບການຊ່ວຍເຫລືອວັກຊິນກັນໂຄວິດ-19 ຈາກບັນດາປະເທດອ້ອມຂ້າງ ແລະ ບັນດາປະເທດເພື່ອມິດທັງໝົດ 1,4 ລ້ານໂດສ. ໃນນັ້ນ, ມີ ວັກຊິນຊະນິດ ສະປຸກນິກວີ (Sputnik-v), ຊີໂນຟາມ (Sinopharm), ແອສຕຣາເຊນີກາ (Astrazenica) ແລະ ໄຟເຊີ (Pfizer). ປະຊາຊົນໄດ້ຮັບວັກຊິນກັນໂຄວິດ-19 ແລ້ວເຂັມທີ 1 ຈໍາ ນວນ 6 ແສນກວ່າຄົນ ແລະ ເຂັມທີ 2 ຈໍານວນ 1 ແສນກວ່າຄົນ ແລະ ກໍາລັງສືບຕໍ່ຈັດຕັ້ງປະຕິບັດ ໃຫ້ສຳເລັດຕາມເປົ້າໝາຍທີ່ໄດ້ກຳນົດໄວ້.

ຂປລ

Comments