ໃນວັນທີ 23 ພຶດສະພາ 2021 ທີ່ກະຊວງສາທາລະນະສຸກ ໄດ້ມີພິທີມອບໃບຍ້ອງຍໍໃຫ້ຄະນະທີມແພດ ສສ ຫວຽດນາມ ທີ່ໄດ້ມາຊ່ວຍເຫລືອ ສປປ ລາວ ຕ້ານພະຍາດໂຄວິດ-19 ເພື່ອເປັນການຊົມເຊີຍຜົນງານອັນພົ້ນເດັ່ນໃນການປະກອບສ່ວນຊ່ວຍເຫຼືອວຽກງານສາທາລະນະສຸກລາວ, ທາງການລາວໄດ້ຊົມເຊີຍຕໍ່ການຊ່ວຍເຫລືອໃນຄັ້ງນີ້ ແລະ ມອບໃບຍ້ອງຍໍໃຫ້ແກ່ຄະນະທີມແພດ ສສ ຫວຽດນາມ 18 ທ່ານ ທີ່ໄດ້ສໍາເລັດໜ້າທີ່ ໂດຍມີ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດພະຍາດໂຄວິດ-19 ຂັ້ນສູນກາງ ແລະ ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ເຂົ້າຮ່ວມ.


