ແຂວງກວາງຈິ ສສ ຫວຽດນາມ ມອບອຸປະກອນ ການແພດ ໃຫ້ເມືອງເຊໂປນ ແລະ ເມືອງນອງ

ຕອນເຊົ້າຂອງວັນທີ 18 ພຶດສະພາ 2021 ນີ້, ຢູ່ຊາຍແດນລະຫວ່າງດ່ານສາກົນແດນສະຫວັນ ສປປ ລາວ ແລະ ດ່ານສາກົນລາວບາວ ສສ ຫວຽດນາມ ຄະນະກຳມະການປະຊາຊົນແຂວງກວາງຈິ ໄດ້ມອບອຸປະກອນການແພດ ເພື່ອນຳໃຊ້ເຂົ້າໃນການຕ້ານ ແລະ ສະກັກກັ້ນການລະບາດຂອງພະຍາດໂຄວິດ-19 ໃຫ້ເມືອງເຊໂປນ ແລະ ເມືອງນອງ ແຂວງສະຫວັນນະເຂດ ສປປ ລາວ ໂດຍມີ ສະຫາຍ ຮວ່າງນາມ ຮອງປະທານຄະນະກຳມະການປະຊາຊົນແຂວງກວາງຈິ ສສ ຫວຽດນາມ ແລະ ສະຫາຍ ນາງຫລິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ ແລະ ຕວບຄຸມການແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ, ມີການນຳເມືອງເຊໂປນ, ເມືອງນອງ ແລະ ຄະນະຜູ້ແທນແຂວງກວາງຈິ ແລະ ແຂວງສະຫວັນນະເຂດເຂົ້າຮ່ວມ.

อาจเป็นรูปภาพของ กำลังยืน และกลางแจ้ง

ເຄື່ອງທີ່ນຳມາມອບໃນຄັ້ງນີ້, ປະກອບມີ: ເມືອງເຊໂປນ ໄດ້ຮັບຊຸດປ້ອງກັນພະຍາດ 700 ຊຸດ, ຜ້າອັດປາກ-ດັງ 7.000 ອັນ, ຜ້າອັດປາກ N95 ຈຳນວນ 400 ອັນ, ນໍ້າຢາຂ້າເຊື້ອ 600 ກິໂລກຣາມ, ເຈວລ້າງມື 400 ຂວດ, ເຄື່ອງພົ່ນຢາຂ້າເຊື້ອ 04 ເຄື່ອງ ແລະ ເຄື່ອງວັດແທກອຸນຫະພູມ 20 ອັນ. ສ່ວນເມືອງນອງ ໄດ້ຮັບຊຸດປ້ອງກັນພະຍາດ650 ຊຸດ, ຜ້າອັດປາກ-ດັງ 6.500 ອັນ, ຜ້າອັດປາກ N95 ຈຳນວນ 300 ອັນ, ນໍ້າຢາຂ້າເຊື້ອ 600 ກິໂລກຣາມ, ເຈວລ້າງມື 300 ຂວດ, ເຄື່ອງພົ່ນຢາຂ້າເຊື້ອ 03 ເຄື່ອງ ແລະ ເຄື່ອງວັດແທກອຸນຫະພູມ 20 ອັນ. ລວມມູນຄ່າທັງໝົດ 420 ລ້ານດົງ ຫລື ປະມານ 164 ລ້ານກີບ. ພ້ອມກັນນີ້, ພະແນກການພົວພັນຕ່າງປະເທດແຂວງກວາງຈິ ຍັງໄດ້ມອບຜ້າອັດປາກ 18.900 ອັນ ແລະ ເຈວລ້າງມື 100 ຂວດ ໃຫ້ພະແນກການພົວພັນຕ່າງປະເທດ ແຂວງສະຫວັນນະເຂດ ມູນຄ່າ 7,8 ລ້ານ. ທັງນີ້ ກໍຍ້ອນເຫັນໄດ້ຄວາມສຳຄັນໃນການປ້ອງກັນພະຍາດໃນຂອບເຂດຊາຍແດນປະເທດ.

อาจเป็นรูปภาพของ 2 คน และผู้คนกำลังยืน

ໂອກາດນີ້, ສະຫາຍ ນາງ ຫລິງທອງ ແສງຕາວັນ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງມາຍັງການນຳພັກ-ລັດ, ອົງການປົກຄອງ ແລະ ປະຊົນບັນດາເຜົ່າແຂວງກວາງຈິ ອ້າຍນ້ອງທີ່ຍາມໃດກໍໄດ້ມີຄວາມເປັນຫວ່ງເປັນໄຍ ແລະ ໃຫ້ການຊ່ວຍເຫລືອອັນລໍ້າຄ່າໃຫ້ແກ່ແຂວງສະຫວັນນະເຂດ ມາໂດຍຕະຫລອດ. ພ້ອມນີ້, ທ່ານຍັງໄດ້ສະແດງຄວາມຢືນຢັນວ່າ ຈະນຳເອົາເຄື່ອງຊ່ວຍເຫລືອດັ່ງກ່າວ ໄປແຈກຢາຍໃຫ້ພະນັກງານ, ປະ ຊາຊົນ ລວມເຖິງເຈົ້າໜ້າທີ່ທີ່ເຮັດວຽກປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ຢ່າງມີປະສິດທິຜົນ.

อาจเป็นรูปภาพของ หนึ่งคนขึ้นไป และผู้คนกำลังยืน

Comments