ຕາມແຫລ່ງຂ່າວຍີ່ປຸ່ນ, ວັນທີ 16 ເດືອນມີນາ, ລັດຖະບານຍີ່ປຸ່ນຈະພິຈາລະນາໃນການອອກໃບຢັ້ງຢືນຮັບຮອງໃຫ້ຜູ້ທີ່ສັກວັກຊິນປ້ອງກັນພະຍາດໂຄວິດ-19 ເນື່ອງຈາກປະເທດຕ່າງໆຮຽກຮ້ອງ ໃຫ້ມີລະບົບຮັບປະກັນການປອດເຊື້ອພະຍາດໃນການເດີນທາງຂ້າມປະເທດ.

ທ່ານ ທາໂຣ ໂຄໂນະ ລັດຖະມົນຕີ ຝ່າຍຮັບຜິດຊອບດ້ານວັກຊິນ ໂຄວິດ-19 ຂອງຍີ່ປຸ່ນລະບຸໃນຖະແຫລງການຕໍ່ລັດຖະສະພາວ່າ: ຍີ່ປຸ່ນບໍ່ມີທາງເລືອກອື່ນຖ້າປະເທດຕ່າງໆຮຽກຮ້ອງໃຫ້ອອກໃບຢັ້ງຢື ຮັບຮອງການສັກວັກຊິນກໍຈຳເປັນ.
http://kpl.gov.la/detail.aspx?id=58274
ຂປລ.