ຄັດເລືອກນັກຮຽນ ທີ່ຈະເປັນຕົວແທນເຂົ້າຮ່ວມແຂ່ງຂັນລະດັບພາກພື້ນ……

ພິທີແຂ່ງຂັນ ຖາມ-ຕອບ ຄວາມຮູ້ກ່ຽວກັບອາຊຽນ ລະດັບຊາດ ຄັ້ງທີ 9 ປະຈໍາປີ 2020 ໄດ້ຈັດຂຶ້ນ ໃນວັນທີ 4 ທັນວາ 2020 ນີ້, ຢູ່ ໂຮງຮຽນ ມສ ວຽງຈັນ ນະຄອນຫຼວງວຽງຈັນ, ມີນັກຮຽນເຂົ້າຮ່ວມແຂ່ງຂັນທັງໝົດ 13 ຄົນ ທີ່ມາຈາກແຂວງຫລວງພະບາງ, ສະຫວັນນະເຂດ ແລະ ແຂວງຈຳປາສັກ, ແຂວງລະ 3 ຄົນ ແລະ ນະຄອນຫລວງວຽງຈັນ 4 ຄົນ ເຊິ່ງຈະຄັດເລືອກເອົາ 3 ຄົນ ເພື່ອເປັນຕົວແທນໃຫ້ແກ່ ສປປ ລາວ ໄປຮ່ວມແຂ່ງຂັນລະດັບພາກພື້ນ ທີ່ຈະຂຶ້ນໃນລະຫວ່າງວັນທີ 16-17 ທັນວາ 2020 ໂດຍຜ່ານລະບົບສືສານແບບທາງໄກ ເຊິ່ງເປັນເຈົ້າພາບໂດຍ ປະເທດສິງກະໂປ.

ການແຂ່ງຂັນໃນຄັ້ງນີ້ ແມ່ນເລັ່ງໃສ່ບັນດານ້ອງນັກຮຽນ ລະດັບການສຶກສາຂັ້ນມັດທະຍົມຕອນປາຍ ທີ່ມີອາຍຸສະເລ່ຍ 14 ຫາ 18 ປີ, ການແຂ່ງຂັນແບ່ງອອກເປັນ 4 ຮອບ, ຕອບຄຳຖາມໃນ 4 ໝວດຄວາມຮູ້ ໂດຍຈະມີ ຄຳຖາມປະເພດຫລາຍຄຳຕອບໃຫ້ເລືອກ (ແບບປາລະໄນ), ຄຳຖາມແບບເປີດ-ປິດ ແລະ ຄຳຖາມແບບຕື່ມຄຳໃສ່ບ່ອນວ່າງ ເຊິ່ງຄຳຖາມທັງໝົດ ຈະເປັນພາສາອັງກິດ. ຜ່ານການແຂ່ງຂັນ ສາມາດຄັດເລືອກໄດ້ອັນດັບ 1 ແມ່ນ ທ້າວ ກິດສະໄນ ພົມມະວົງສາ ຈາກນະຄອນ ຫລວງວຽງຈັນ, ອັນດັບ 2 ທ້າວ ອຳມະນາ ສຸດທິຈັກ ຈາກນະຄອນຫລວງວຽງຈັນ ແລະ ອັນດັບ 3ນາງ ປາວິນາ ວໍລະຈຳປາ ຈາກນະຄອນຫລວງວຽງຈັນ.

ໂອກາດນີ້, ທ່ານ ໂພສີ ແກ້ວມະນີວົງ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດ ໄດ້ຂຶ້ນມີຄຳເຫັນບາງຕອນໃຫ້ຮູ້ວ່າ: ໂຄງການແຂ່ງຂັນຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນ ແມ່ນໜຶ່ງກິດຈະກຳທີ່ນອນຢູ່ໃນຂົງເຂດວຽກງານການຮ່ວມມື ດ້ານວັດທະນະທຳ ແລະ ຖະແຫລງຂ່າວອາຊຽນ ເຊິ່ງເປັນການສົ່ງເສີມຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບປະຊາຄົມອາຊຽນ ໂດຍສະເພາະ ປະຊາຄົມການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ ໃຫ້ແກ່ນ້ອງນັກຮຽນໃນອາຊຽນ ກໍຄື ສປປ ລາວ ໃຫ້ນັບມື້ນັບກວ້າງຂວາງຂຶ້ນ.

ໃນໄລຍະຜ່ານມາ ສປປ ລາວ ກໍໄດ້ຮັບກຽດເປັນເຈົ້າພາບຈັດການແຂ່ງຂັນຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນ ລະດັບພາກພື້ນ ຄັ້ງທີ 7 ໃນປີ 2016 ທີ່ ນະຄອນຫລວງວຽງຈັນ ເຊິ່ງນັກຮຽນຈາກ ສປປ ລາວ ສາມາດຍາດໄດ້ອັນດັບທີ 1 ຂອງອາຊຽນ. ພ້ອມນັ້ນ, ຍັງຍາດໄດ້ອັນດັບ 2 ໃນການແຂ່ງຂັນຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນລະດັບພາກພື້ນ ຄັ້ງທີ 8 ທີໄດ້ຈັດຂຶ້ນຢູ່ ບາຫລີ ປະເທດອິນໂດເນເຊຍ ໃນປີ 2018 ເຊິ່ງຖືໄດ້ວ່າເປັນຜົນງານ ແລະ ຜົນສໍາເລັດອັນຫຍິ່ງໃຫຍ່ຂອງ ສປປ ລາວ ໃນໄລຍະຜ່ານມາ. ໂຄງການແຂ່ງຂັນຖາມ-ຕອບຄວາມຮູ້ອາຊຽນ ເປັນໂຄງການໜຶ່ງທີ່ລິເລີ່ມຂຶ້ນ ໂດຍຄະນະກຳມະການ ວັດທະນະທຳ ແລະ ຖະແຫລງຂ່າວ ຂອງອາຊຽນ, ເປັນການແຂ່ງຂັນທົດສອບຄວາມຮູ້ກ່ຽວກັບອາຊຽນ ເຊິ່ງຈັດຂຶ້ນໂດຍການເຂົ້າຮ່ວມຂອງບັນດານ້ອງນັກຮຽນ ຈາກໂຮງຮຽນ ມັດທະຍົມຕອນປາຍ ທັງພາກລັດ ແລະ ເອກະຊົນ ຂອງ 10 ປະເທດອາຊຽນ.

ແຫຼ່ງຂໍ້ມູນ: ຂປລ

Comments