ຫົວໜ້າດ່ານສາກົນແດນສະຫວັນ ເຜີຍສາເຫດລົດຂົນສົ່ງຫີນກາວລະເບີດ……..

ໃນວັນທີ 3 ທັນວາ 2020, ທ່ານ ກອງມະນີ ຊົມມີໄຊ ຫົວໜ້າດ່ານສາກົນແດນສະຫວັນ ໄດ້ລາຍງານຕໍ່ເຈົ້າແຂວງໆສະຫວັນນະເຂດ ກ່ຽວກັບສະພາບລົດຂົນສົ່ງຫີນກາວອອກ ສສ ຫວຽດນາມ ຜ່ານດ່ານສາກົນແດນສະຫວັນ ເກີດເຫດລະເບີດຢູ່ສະຖານທີ່ກວດກາຂອງເຈົ້າໜ້າທີ່ພາສີ.

ເຊິ່ງທ່ານ ໄດ້ໃຫ້ຮູ້ວ່າ: ໃນເວລາ 08 ໂມງ 20 ນາທີ ຂອງວັນທີ 03 ທັນວາ 2020 ໄດ້ມີລົດຂົນສົ່ງຫີນກາວເກີດມີສຽງແຕກຄ້າຍຄືສຽງລະເບີດ ຢູ່ບໍລິເວນຈຸດກວດກາຂອງເຈົ້າໜ້າທີ່ພາສີ ເຊິ່ງສາເຫດແມ່ນໄດ້ມີກໍາມະກອນຜູ້ຊ່ວຍເຈົ້າໜ້າທີ່ພາສີ ຈໍານວນ 08 ຄົນ ພາກັນກວດຄົ້ນຫີນກາວ ຢູ່ເທິງລົດ ໂດຍພາຍໃຕ້ການຊີ້ນໍາທາງດ້ານວິຊາສະເພາະຂອງເຈົ້າໜ້າທີ່ພາສີ ເຊິ່ງໄດ້ໃຊ້ອຸປະກອນ ປະເພດເຫລັກເສັ້ນຍາວປະມານ 2,5 ແມັດ ງັດ ແລະ ແທງລົງພື້ນຫີນກາວ, ໃນຂະນະທີ່ທໍາການງັດ ແລະ ແທງ ເຮັດໃຫ້ມີສຽງແຕກດັງຂຶ້ນຄ້າຍຄືລະເບີດ ພາໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບ.

ຕໍ່ເຫດການດັ່ງກ່າວ, ມີຜູ້ເສຍຊີວິດຄາທີ 3 ຄົນ ຄື: ຜູ້ທີ 1 ແມ່ນ ທ້າວ ອາລັອກ ອາຍຸ 26 ປີ ອາຊີບ ກໍາມະກອນ ຜູ້ຊ່ວຍພາສີ ຢູ່ບ້ານແດນສະຫວັນ ເມືອງເຊໂປນ ແຂວງສະຫວັນນະເຂດ, ຜູ້ທີ 2ທ້າວອາວອນ ອາຍຸ 27 ປີ ອາຊີບ ກໍາມະກອນ ຜູ້ຊ່ວຍພາສີ ຢູ່ບ້ານແດນສະຫວັນ ເມືອງເຊໂປນ ແຂວງສະຫວັນນະເຂດ ແລະ ຜູ້ທີ່ສາມເປັນເພດຍິງແຕ່ຍັງບໍ່ຮູ້ຊື່ ແລະ ສັນຊາດວ່າເປັນຄົນລາວ ຫຼື ຄົນຫວຽດນາມ; ສໍາລັບຜູ້ຖືກບາດເຈັບ ທັງໝົດ 8 ຄົນ, ຍິງ 01 ຄົນ ໃນນັ້ນມີຄົນລາວ 03 ຄົນ ແລະ ຄົນຫວຽດນາມ 05 ຄົນ ໄດ້ນໍາສົ່ງໂຮງໝໍເມືອງ ເຊໂປນ 04 ຄົນ, ຄົນຫວຽດນາມ 01 ຄົນ ແລະ ສົ່ງໂຮງໝໍ ຫວຽດນາມ 04 ຄົນ.

ສໍາລັບຊື່ຜູ້ທີ່ຖືກບາດເຈັບຍັງບໍ່ທັນຮູ້ລາຍລະອຽດ ແລະ ອຳນາດການປົກຄອງເມືອງເຊໂປນ, ອໍານາດການປົກຄອງບ້ານ ແລະ ດ່ານສາກົນແດນສະຫວັນ ໄດ້ສົມທົບກັບຄອບຄົວຜູ້ທີ່ເສຍຊິດ ໃນການມ້ຽນຊາກສົບຕາມຮີບຄອງປະເພນີ. ສໍາລັບຜົນເສຍຫາຍທາງດ້ານຊັບສິນໃນເບື້ອງຕົ້ນ ແມ່ນມີ ສາງກາງແຈ້ງ ຂອງພາສີ ຈໍານວນ 02 ຫຼັງ, ສາງສໍາລັບກວດກາລົດເອັກສະເລ 01 ຫຼັງ, ຫ້ອງການບ່ອນເຮັດວຽດກວດກາ ຂອງເຈົ້າໜ້າທີ່ພາສີ 01 ຫຼັງ, ພາຫະນະຂົນສົ່ງສິນຄ້າ 04 ຄັນ, ພາຫະນະປະເພດລົດກະບະຂອງລັດ 1 ຄັນ ແລະ ລົດກະບະສ່ວນບຸກຄົນ 01 ຄັນ.

ແຕ່ງຕັ້ງນາຍຕຳຫຼວດ 3 ສະຫາຍ ເປັນຫົວໜ້າຄະນະຄຸ້ມຄອງດ່ານສາກົນ 3 ແຫ່ງ | ຂ່າວລາວ,  ຂ່າວໂລກ, ກິລາ, ບັນເທິງ ແລະສາລະ laonews.net

ຕໍ່ກັບເຫດການເກີດຂຶ້ນທີ່ພາໃຫ້ ມີຜູ້ໄດ້ຮັບບາດເຈັບ ແລະ ເສຍຊິວິດ ເຈົ້າໜ້າທີ່ອົງການສືບສວນ-ສອບສວນ ກອງບັນຊາການ ປກສ ແຂວງ, ເຈົ້າໜ້າທີ່ອົງການສຶບສວນ-ສອບສວນ ກອງບັນຊາການ ປກສ ເມືອງ ເຊໂປນ ແລະ ພາກສ່ວນກ່ຽວຂ້ອງຂອງດ່ານສາກົນແດນສະຫວັນ ກໍາລັງດໍາເນີນ ການສຶບສວນ-ສອບສວນ ເກັບກໍາຂໍ້ມູນ.

ແຫຼ່ງຂໍ້ມູນ: ຂປລ

Comments