ກົດຂອງທາງດ່ວນ ວຽງຈັນ-ວັງວຽງ ຈະ ເປີດນຳໃຊ້ ວັນທີ 2 ທັນວາ 2020 ນີ້……

ທາງດ່ວນ ວຽງຈັນ-ວັງວຽງ ກຳລັງຈະມີການເປີດນຳໃຊ້ໃນວັນທີ 1 ທັນວາ 2020 ນີ້ ຢາກໃຫ້ທຸກທ່ານທີ່ກຳລັງຈະນຳໃຊ້ເສັ້ນທາງດ່ວນເພື່ອເດີນທາງຄວນຮູ້ເຖິງຂໍ້ກຳໜົດ ແລະຂໍ້ຫ້າມຕ່າງໆດັານີ້:

1. ທາງດ່ວນມີ 2 ເລນ ໄປ-ກັບ ແລະອີກ 1 ເລນດ້ານຂວາ (ເສັ້ນທາງນີ້ໄວ້ໃຊ້ສະເພາະເຫດສຸກເສີນກຽມເຂົ້າເພື່ອຂຶ້ນ-ລົງທາງດ່ວນ).

2. ສຳຫຼັບລົດທີ່ຕ້ອງການນຳໃຊ້ຄວາມໄວ 100km/h ຂຶ້ນໄປໃຫ້ນຳໃຊ້ເລນຊ້າຍ

3. ສິ່ງທີ່ຕ້ອງປະຕິບັດຕາມປ້າຍສັນຍານຕ່າງໆເຊັ່ນ: ຫຼຸດຜ່ອນຄວາມໄວ, ໃກ້ຈະເຖິງດ່ານເກັບຄ່າຜ່ານທາງ ຫຼືເຂົ້າພັກລົດໃນປໍ້ານໍ້າມັນ

4. ຮັກສາໄລຍະຫ່າງຈາກລົດຄັນດ້ານໜ້າ 100-200 ແມັດ.

ຂໍ້ຫ້າມ:

1. ຫ້າມລົດທີ່ມີຄວາມຈຸຕໍ່າກວ່າ 350cc ຫຼື ລົດຈັກຂຶ້ນທາງດ່ວນ (ຢູ່ທີ່ຈຸດເກັບເງິນຈະມີການກວດສະພາບລົດ)

2. ໃນຈະນະທີ່ກຳລັງຢູ່ເສັ້ນທາງດ່ວນ ຫ້າມຢຸດ/ ຈອດ ຢູ່ກາງທາງຫາກເກີດກໍລະນີສຸກ ເສີນໃຫ້ນຳໃຊ້ເສັ້ນດ້ານຂວາ ຫຼືທາງທີ່ໄດ້ຖືກກຳໜົດໄວ້,

3. ບໍ່ອະນຸຍາດລົດບັນທຸກທີ່ມີນໍ້າໜັກເກີນ 10T ຂຶ້ນທາງດ່ວຍ (ຈະມີຈຸດກວດນໍ້າໜັກ)ເພື່ອຄວາມເປັນລະບຽບ ແລະມາດຕະຖານໃນການນໍາໃຊ້ທາງດ່ວນຫຼີກເວັ້ນການເກີດອຸບັດຕິເຫດທຸກຄົນທີ່ຈະນຳໃຊ້ທາງດ່ວນເສັ້ນນີ້ຕ້ອງໄດ້ປະຕິບັດນຳກັນຢ່າງເຂັ້ມງວດ.

Comments