ລາວ-ຫວຽດນາມ ຮ່ວມທົບທວນຄືນສັນຍາວ່າດ້ວຍການຄຸ້ມຄອງຊາຍແດນ ແລະ ດ່ານ…..

ກອງປະຊຸມສາມັນປະຈຳປີ ຄັ້ງທີ XXX ລະຫວ່າງ ຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ ຈັດຂຶ້ນ ຕອນເຊົ້າວັນທີ 30 ພະຈິກ 2020 ທີ່ນະຄອນຫຼວງວຽງຈັນ. ຄະນະຜູ້ແທນຝ່າຍລາວ ນຳໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະຜູ້ແທນ ຝ່າຍຫວຽດນາມ ນຳໂດຍ ທ່ານ ເລ ຮວ່າຍ ຈຸງ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະຜູ້ແທນຊາຍແດນ ຫວຽດນາມ-ລາວ. ມີບັນດາຮອງເຈົ້າແຂວງຜູ້ຊີ້ນຳວຽກງານຊາຍແດນຂັ້ນແຂວງ ຄູ່ແຂວງທີ່ມີຊາຍແດນຮ່ວມກັນ ແລະ ຜູ້ຕາງຫນ້າຈາກ ຂະແໜງການທີ່ກ່ຽວຂ້ອງອ້ອມຂ້າງສູນກາງ ແລະ ທ້ອງຖິ່ນຂອງສອງປະເທດເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ສອງຝ່າຍໄດ້ທົບທວນຄືນການຈັດຕັ້ງປະຕິບັດສັນຍາວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນປະເທດ ລາວ-ຫວຽດນາມ ປີ 2016 ແລະ ບົດບັນທຶກກອງປະຊຸມຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ ຄັ້ງທີ XXIX ໃນໜຶ່ງປີຜ່ານມາ.

ນອກຈາກນີ້ ກອງປະຊຸມຍັງໄດ້ພ້ອມກັນຕີລາຄາສະພາບຈາກຜົນກະທົບຂອງການແຜ່ລະບາດຂອງພະຍາດ covid 19 ແລະ ໄພທໍາມະຊາດ, ພະຍຸ, ນໍ້າຖວ້ມ, ດິນເຈື່ອນໜັກໜ່ວງ ທີ່ມີຜົນກະທົບຕໍ່ບໍລິເວນຊາຍແດນຂອງສອງປະເທດໃນປີຜ່ານມາ, ໂດຍສະເພາະຕໍ່ການປະຕິບັດວຽກງານຊາຍແດນຂອງສອງຝ່າຍບໍ່ສາມາດປະຕິບັດງານໄດ້ຕາມທີ່ຕົກລົງກັນໄວ້ ແລະ ຍັງສົ່ງຜົນກະທົບຕໍ່ສະພາບການໄປມາ ເຂົ້າ-ອອກ ຂອງຄົນ, ພາຫະນະ, ສິນຄ້າ ແລະ ຊີວິດການເປັນຢູ່ຂອງປະຊາຊົນ, ຕອດຫຼອດຮອດ ພະນັກງານເຈົ້າໜ້າທີ່ສອງຝ່າຍຈາກມາດຕະການປິດດ່ານ ແລະ ພ້ອມດຽວກັນນັ້ນ, ສອງຝ່າຍຍັງໄດ້ພິຈາລະນາເຖິງວຽກງານປົກປັກຮັກສາຄຸ້ມຄອງຊາຍແດນ ແລະ ຫຼັກໝາຍຊາຍແດນ ແລະ ແຜນການຮ່ວມມືກັນຫລັງການແຜ່ລະບາດຂອງພະຍາດ covid 19 ແລະ ທິດທາງໃນປີ 2021 ຕື່ມອີກ.

ໃນກອງປະຊຸມຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ຄວາມພະຍາຍາມຂອງໜ່ວຍງານອົງການຊາຍແດນຂັ້ນສູນກາງ ແລະ ບັນດາທ້ອງຖິ່ນ, ເຈົ້າໜ້າທີ່ປະຈຳຢູ່ຊາຍແດນ ໄດ້ເປັນເຈົ້າການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ, ໂດຍສະພາະໃນໄລຍະການແຜ່ລະບາດຂອງພະຍາດ covid 19 ບໍ່ໄດ້ມີປະກົດການຕິດເຊື້ອພະຍາດດັ່ງກ່າວຢູ່ຕາມບໍລິເວນຊາຍແດນ, ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີຄວາມເອົາໃຈໃສໃນການສຶກສາອົບຮົມໂຄສະນາ, ເຜີຍແຜ່ ບັນດາສັນຍາ, ລະບຽບການຕ່າງໆ

ລວມທັງການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ covid 19 ຕາມບໍລິເວນຊາຍແດນ ແລະ ເພື່ອໃຫ້ເຈົ້າໜ້າທີ່ ແລະ ປະຊາຊົນຮັບຮູ້ ແລະ ເຂົ້າໃຈເຖິງວຽກງານຊາຍແດນ ແລະຄວາມເປັນຫ່ວງເປັນໃຍຂອງພັກ ແລະ ລັດຖະບານຕໍ່ບັນຫາ ແລະ ວຽກງານຊາຍແດນຂອງສອງປະເທດ, ອັນເປັນການປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫ່ຍທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ. ແນໃສ່ເພື່ອສ້າງຊາຍແດນຂອງສອງປະເທດໃຫ້ກາຍເປັນຊາຍແດນແຫ່ງ ສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພັດທະນາແບບຍືນຍົງຕະຫລອດການ.

ແຫຼ່ງຂໍ້ມູນ: ວສລ

Comments