ກອງປະຊຸມລັດຖະບານ ໄດ້ສຸມໃສ່ຊີ້ນຳຫຼາຍໜ້າວຽກທີ່ສຳຄັນ…..

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນພະຈິກ 2020 ໄດ້ຈັດຂຶ້ນໃນວັນທີ 24 ພະຈິກ 2020 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການລາຍງານຈາກຂະແໜງການກ່ຽວຂ້ອງ ກ່ຽວກັບສະພາບພົ້ນເດັ່ນພາຍໃນ ແລະ ຕ່າງປະເທດ; ຕໍ່ສະພາບການພາຍໃນ ກອງປະຊຸມໄດ້ຊີ້ນໍາໃຫ້ທຸກພາກສ່ວນ ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພຂອງຄົນບໍ່ຫວັງດີ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ໍໃນສັງຄົມ ເປັນຕົ້ນ ຢາເສບຕິດ ແລະ ແກ້ໄຂບັນຫາອຸບັດເຫດຕາມທ້ອງຖະໜົນ, ເພີ່ມທະວີການຕິດຕາມກວດກາສື່ສັງຄົມອອນລາຍທີ່ອອກຂ່າວບໍ່ມີມູນຄວາມຈິງ ຫຼື ໃສ່ຮ້າຍປ້າຍສີ, ສື່ມວນຊົນລາວຕ້ອງເປັນກະບອກສຽງທີ່ແຫຼມຄົມ ເພື່ອໃຫ້ຂໍ້ມູນຖືກຕ້ອງ ແລະ ຊັດເຈນແກ່ສັງຄົມຢ່າງທັນການ.

ກ່ຽວກັບສະພາບການຂອງສາກົນໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຕິດຕາມຢ່າງໃກ້ຊິດ, ມີການວິເຄາະວິໄຈຢ່າງລະອຽດ ເຖິງຜົນກະທົບທີ່ອາດມີຕໍ່ປະເທດເຮົາ ເພື່ອກຳນົດນະໂຍບາຍ ໃຫ້ສອດຄ່ອງກັບສະພາບປັດຈຸບັນ, ພ້ອມນີ້ ໃຫ້ພາກສ່ວນກ່ຽວຂ້ອງຈັດຕັ້ງຜັນຂະຫຍາຍຜົນການຕົກລົງຂອງກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ໃຫ້ມີປະສິດທິຜົນ.

ກອງປະຊຸມ ຮັບຟັງການລາຍງານ ກ່ຽວກັບສະພາບການແຜ່ລະບາດຂອງພະຍາດ ໂຄວິດ-19, ການກວດພົບຜູ້ຕິດເຊື້ອໃໝ່ທີ່ເດີນທາງມາຈາກຕ່າງປະເທດ ແລະ ເຫັນດີຕໍ່ທິດທາງແຜນການໃນຕໍ່ໜ້າ. ພ້ອມທັງ ໄດ້ຊີ້ນໍາໃຫ້ຄະນະສະເພາະກິດສືບຕໍ່ເຂັ້ມງວດຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ- 19 ເພື່ອຮັບປະກັນບໍ່ໃຫ້ມີການລະບາດຮອບ 2.

ກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບການກະກຽມຄວາມພ້ອມ ເພື່ອເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມມືທະວີພາຄີ ລະຫວ່າງລັດຖະບານ ລາວ-ຫວຽດ ນາມ, ຫວຽດນາມ-ລາວ ຄັ້ງທີ 43 ທີ່ຈະຈັດຂຶ້ນ ຢູ່ນະຄອນຫລວງຮ່າໂນຍ ສສ ຫວຽດ ນາມ ໃນວັນທີ 6 ທັນວາ 2020. ໃຫ້ຄະນະຮັບຜິດຊອບ ປັບປຸງເນື້ອໃນຍຸດທະສາດໃນການຮ່ວມມືໄລຍະ 10 ປີ ລະຫວ່າງຄະນະຮ່ວມມື ລາວ-ຫວຽດ ນາມ ແລ້ວນໍາສະເໜີຂໍທິດຊີ້ນໍາຈາກກົມການເມືອງສູນກາງພັກ; ກ່ຽວກັບວຽກງານພັດທະນາຊັບພະຍາກອນມະນຸດ. ນອກນັ້ນ, ໃຫ້ກວດກາຄືນບັນດາໂຄງການຊ່ວຍເຫຼືອລ້າທີ່ຈະລົງນາມ ຕ້ອງເປັນໂຄງການທີ່ສາມາດຈັດຕັ້ງປະຕິບັດໄດ້ ແລະ ບໍ່ແກ່ຍາວ.

ກອງປະຊຸມ ໄດ້ພິຈາລະນາຮ່າງດໍາລັດວ່າດ້ວຍ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ປະຈໍາປີ 2021 ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ນໍາໄປປັບປຸງຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ເພື່ອໃຫ້ດໍາລັດດັ່ງກ່າວ ມີເນື້ອໃນສອດຄ່ອງກັບ ມະຕິຂອງກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII, ໃຫ້ມີຄວາມກະທັດຮັດ, ເຂົ້າໃຈງ່າຍ ແລະ ແທດເໝາະກັບສະພາບຕົວຈິງ ເພື່ອໃຫ້ແຕ່ລະຂະແໜງການ ແລະ ທ້ອງຖິ່ນສາມາດນໍາໄປຈັດຕັ້ງຜັນຂະຫຍາຍໃຫ້ເປັນແຜນການ, ໂຄງການລະອຽດຂອງຕົນ ແລະ ໃຫ້ສາມາດຈັດຕັ້ງປະຕິບັດໄດ້ ແຕ່ວັນທີ 01 ມັງກອນ 2021 ເປັນຕົ້ນໄປ.

ແຫຼ່ງຂໍ້ມູນ: ຂປລ

Comments