ຟັງສຽງຂອງເດັກ ເພື່ອແກ້ໄຂສິ່ງທ້າທາຍຕໍ່ການພັດທະນາແບບຍືນຍົງ……

ໃນວັນທີ 24 ພະຈິກ 2020 ທີ່ນະຄອນຫຼວງວຽງຈັນ, ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ໂດຍການສະໜັບສະໜູນຂອງອົງການຢູນິເຊັບ ໄດ້ຈັດກອງປະຊຸມປຶກສາຫາລື ເພື່ອຮັບຟັງສຽງຂອງເດັກ, ໂດຍມີຕົວແທນເດັກນ້ອຍທັງໝົດ 42 ຄົນ ທີ່ມີອາຍຸແຕກຕ່າງກັນແຕ່ 11 ຫາ 17 ປີ ຈາກ 18 ແຂວງ ໃນທົ່ວປະເທດເຂົ້າຮ່ວມ ເພື່ອຊີ້ແຈງຄວາມກັງວົນຂອງພວກເຂົາ ແລະ ສະເໜີ ວິທີແກ້ໄຂຕໍ່ກັບສິ່ງທ້າທາຍ ທີ່ມີຢູ່ໃນການຈັດຕັ້ງປະຕິບັດ ສົນທິສັນຍາວ່າດ້ວຍສິດທິເດັກ ແລະ ເປົ້າໝາຍການພັດທະນາແບບຍືນຍົງ.

ທ່ານ ນາງ ຈົງຈິດ ຈັນທະຣານົນ ຮອງເລຂາທິການຄະນະປະຈຳ, ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ໄດ້ກ່າວວ່າ: ເດັກແມ່ນຜູ້ນຳໃນມື້ອື່ນ. ພວກເຂົາແມ່ນຜູ້ໄດ້ຮັບຜົນປະໂຫຍດ ແລະ ເປັນເປົ້າໝາຍຂອງນະໂຍບາຍໃນປັດຈຸບັນ, ແຕ່ພວກເຂົາຍັງເປັນຜູ້ທີ່ເຮັດໃຫ້ມີການປ່ຽນແປງອີກດ້ວຍ.

ຈາກການຕັດສິນໃຈໃນມື້ນີ້, ເດັກ ແລະ ໄວໜຸ່ມເຫຼົ່ານີ້ຈະເປັນຜູ້ສືບທອດ ແລະ ກຳນົດອະນາຄົດຂອງປະເທດໃນຊຸມປີຕໍ່ໜ້າ. ດັ່ງນັ້ນ, ເປັນສິ່ງສຳຄັນທີ່ຈະຮັບຮູ້ເຖິງບົດບາດທີ່ເດັກ ແລະ ໄວໜຸ່ມສາມາດມີໄດ້ ແລະ ຕ້ອງມີບົດບາດໃຫ້ເປັນຊັບສິນ ແລະ ຜູ້ແກ້ໄຂບັນຫາຕ່າງໆ ໃນຂະນະທີ່ສົນທະນາເຖິງເປົ້າໝາຍການພັດທະນາໃນອະນາຄົດ.

ຜ່ານກອງປະຊຸມປຶກສາຫາລືຄັ້ງນີ້, ລັດຖະບານ ແລະ ອົງການຢູນິເຊັບ ພວມເຮັດວຽກຮ່ວມກັບເດັກ ແລະ ໄວໜຸ່ມ ເພື່ອຮັບຟັງຄວາມຄິດເຫັນ ແລະ ຄວາມເຂົ້າໃຈທີ່ມີຄຸນຄ່າ ກ່ຽວກັບວິທີການທີ່ດີທີ່ສຸດ ເພື່ອເຮັດໃຫ້ສິດທິຂອງພວກເຂົາໄດ້ຮັບການສົ່ງເສີມ, ປົກປ້ອງ ແລະ ບັນລຸຜົນ ໂດຍສະເພາະໃນໄລຍະເວລາທີ່ທ້າທາຍນີ້. ທ່ານ ນາງ ເພຍ ເຣເບໂຣ ບຣີໂຕ ຜູ້ຕາງໜ້າ ອົງການຢູນິເຊັບປະຈຳ ສປປ ລາວ ກ່າວວ່າ: ພວກເຮົາຊຶ່ງເປັນຜູ້ໃຫຍ່ຢູ່ໃນກອງປະຊຸມນີ້ ແມ່ນເພື່ອຮັບຟັງສິ່ງທີ່ເດັກທັງຫລາຍຕ້ອງບອກພວກເຮົາ.

ເດັກທັງຫລາຍມີສິ່ງທີ່ຈະເວົ້າໃນປະເທດລາວ ພວກເຮົາຢາກສ້າງແບບລວມໝູ່ ຍ້ອນວ່າເດັກທັງຫຼາຍມີເວທີ ເພື່ອສະແດງຄວາມຄິດເຫັນຂອງຕົນ, ລວມເຖິງວິທີແກ້ໄຂ ແລະ ແນວຄວາມຄິດຕ່າງໆ ເພື່ອແກ້ໄຂສິ່ງທ້າທາຍເຫລົ່ານີ້. ທ່ານ ນາງ ສາຍຄຳ ອິນທະວີ, ອາຍຸ 17 ປີ ຕົວແທນນັກຮຽນຈາກ ມສ ເທດສະບານແຂວງຫລວງນ້ຳທາ ກ່າວວ່າ: ປີກາຍນີ້, ພວກເຮົາໄດ້ແລກປ່ຽນວິໄສທັດ ແລະ ໄດ້ສະເໜີວິທີການແກ້ໄຂ ທີ່ເປັນຮູບປະທຳຕໍ່ບາງສິ່ງທ້າທາຍ ທີ່ພວກເຮົາພວມປະເຊີນ. ສ່ວນສະພາບການໃນປີນີ້ ແມ່ນແຕກຕ່າງກັນຫລາຍ ຍ້ອນມີການແຜ່ລະບາດຂອງພະຍາດໂຄວິດ-19 ຊຶ່ງໄດ້ປ່ຽນຊີວິດຂອງເດັກຫລາຍຄົນໃນທົ່ວໂລກ, ຂະນະທີ່ ໃນປະເທດລາວເຮົາກໍຢູ່ໃນໄລຍະປິດຕົວ, ໂຮງຮຽນໄດ້ປິດລົງ ແລະ ເດັກຫລາຍຄົນໄດ້ຮັບຜົນກະທົບ. ຂ້າພະເຈົ້າຫວັງວ່າ ການຮຽນຮູ້ດ້ວຍດີຈີຕອນ ອາດຈະມີໃຫ້ໃນອະນາຄົດອັນໃກ້ນີ້ ສຳລັບເດັກທຸກຄົນໃນປະເທດລາວ.

ແຫຼ່ງຂໍ້ມູນ: ຂປລ

Comments