ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງແຮງງານ ແລະ ສະຫວັດດີການການສັງຄົມ (ຮສສ) ຄັ້ງທີ VI ໄດ້ອັດລົງດ້ວຍຜົນສຳເລັດຢ່າງສະຫງ່າງາມຕາມຈຸດປະສົງ ໃນວັນທີ 24 ພະຈິກ 2020, ທີ່ ເຮືອນພັກກະຊວງ ຮສສ ນະຄອນຫລວງວຽງຈັນ, ໂດຍໄດ້ເລືອກເອົາຄະນະບໍລິຫານງານພັກກະຊວງ ສະໄໝທີ VI (ຊຸດໃໝ່) ຈຳນວນ 11 ສະຫາຍ, ຍິງ 2 ສະຫາຍ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ແລະ ຖືກຕ້ອງສອດຄ່ອງກັບມາດຕະຖານ, ເງື່ອນໄຂທີ່ໄດ້ກຳນົດໄວ້ ໂດຍມີຜູ້ແທນສົມບູນ ທີ່ເປັນຕົວແທນໃຫ້ສະມາ ຊິກພັກທົ່ວກະຊວງ 310 ສະຫາຍ ໄດ້ເປັນເອກະສັນຢ່າງສົມບູນເລືອກເອົາ ສະຫາຍ ຄຳແພງ ໄຊສົມແພງ ເປັນເລຂາຄະນະບໍລິຫານງານພັກກະຊວງ, ສະຫາຍ ນາງ ໃບຄຳ ຂັດຕິຍະ ເປັນຮອງເລຂາ ແລະ ສະຫາຍ ປະເດີມພອນ ສົນທະນີ ເປັນປະທານກວດກາ.

ໃນໂອກາດດັ່ງກ່າວ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ໂດຍຕາງໜ້າໃຫ້ກົມການເມືອງສູນກາງພັກ ແລະ ລັດຖະບານ ຕີລາຄາສູງແຫ່ງໝາກຜົນ ໃນການຊີ້ນຳ-ນຳພາ ກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປັນບັ້ນດໍາເນີນຊີວິດການເມືອງ ໃນການປັບປຸງພາຍໃນພັກ ແລະ ພະນັກງານຢ່າງເລິກເຊິ່ງເຖິງຖອງອີກຄັ້ງໜຶ່ງ, ພ້ອມທັງເປັນການສະຫຼຸບຕີລາຄາກວດກາຄືນ ຜົນການຊີ້ນໍາໆພາຮອບດ້ານ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໂດຍສະເພາະ ແມ່ນມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງຕົນ ໃນຊຸມປີຜ່ານມາ ແລະ ວາງທິດທາງໜ້າທີ່ການຊີ້ນໍາໆພາ ແຕ່ນີ້ຮອດປີ 2025 ເພື່ອສ້າງບາດລ້ຽວໃໝ່ ແນໃສ່ນຳພາພັດທະນາວຽກແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ເຕີບໃຫຍ່ຂະຫຍາຍຕົວໄປພ້ອມກັບວຽກງານຂົງເຂດອື່ນຢ່າງບໍ່ຢຸດຢັ້ງ.

ພ້ອມນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ເນັ້ນໃຫ້ບາງຈຸດ ເປັນຕົ້ນສືບຕໍ່ເອົາໃຈໃສ່ນໍາພາ-ຊີ້ນໍາ ວຽກງານວິຊາສະເພາະ ຢ່າງເປັນເຈົ້າການ ແລະ ຄວາມຮັບຜິດຊອບສູງ, ເປັນຕົ້ນແມ່ນ ການພັດທະນາສີມືແຮງງານລາວ ໃຫ້ມີຄວາມຊໍານິຊໍານານງານໄດ້ທັງປະລິມານ ແລະ ຄຸນນະພາບ ໄປຕາມທິດຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ ໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ແລະ ຄວາມຕ້ອງການຂອງຕະຫລາດແຮງງານ; ສາມາດແຂ່ງຂັນ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ; ໄປຄຽງຄູ່ກັບການສ້າງວຽກເຮັດງານທຳ ແລະ ຂະຫຍາຍອາຊີບທີ່ໝັ້ນຄົງໃຫ້ແກ່ຄົນລາວ ໂດຍສະເພາະຢູ່ເຂດຊົນນະບົດ, ເຂດຊຸມຊົນໃຫຍ່ ຫລື ຕົວເມືອງນ້ອຍໃນຊົນນະບົດ ໂດຍຕິດພັນກັບການສົ່ງເສີມອາຊີບທີ່ເປັນມູນເຊື້ອ ແລະ ເບິ່ງທ່າແຮງຕົວຈິງໃນແຕ່ລະຂົງເຂດວຽກງານ; ພ້ອມນັ້ນກໍ່ຕ້ອງເອົາໃຈໃສ່ປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ຕາມກົດໝາຍ ຢ່າງສະເໝີພາບ; ຄຸ້ມຄອງແຮງງານລາວ ທີ່ໄປເຮັດວຽກຢູ່ຕ່າງປະເທດ ແລະ ແຮງງານຕ່າງປະເທດ ທີ່ເຂົ້າມາເຮັດວຽກຢູ່ລາວ ຕາມກົດໝາຍຢ່າງເຂັ້ມງວດ.

ຕໍ່ກັບວຽກງານສະຫວັດດີການ-ສັງຄົມ ໃຫ້ເອົາໃຈໃສ່ພັດທະນາລະບົບປະກັນສັງຄົມ ໃຫ້ເຂັ້ມ ແຂງ, ມີປະສິດທິພາບ, ຫັນເປັນທັນສະໄໝ ແລະ ຮັບປະກັນຄວາມວ່ອງໄວ, ໂປ່ງໃສ, ຍຸຕິທໍາ ແລະ ຍືນຍົງ; ຂະຫຍາຍອັດຕາການປົກຄຸມປະກັນສົງຄົມ ໃຫ້ກວມເອົາຜູ້ອອກແຮງງານ ໃນຫົວໜ່ວຍວິສາຫະກິດ, ຜູ້ປະກອບອາຊີບສ່ວນບຸກຄົນ ແລະ ຜູ້ສະໝັກໃຈຢ່າງກວ້າງຂວາງ; ສືບຕໍ່ປະຕິບັດນະໂຍ ບາຍຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີ ໃນພາລະກິດປະຕິວັດຊາດ ປະຊາທິປະໄຕຢ່າງທົ່ວເຖິງ, ຮັບປະກັບຄວາມໂປ່ງໃສ, ຖືກຕ້ອງ ແລະ ຍຸຕິທໍາ; ປຸກລະດົມສັງຄົມມີສ່ວນຮ່ວມ ໃນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ພິການ ແລະ ອາຍຸສູງ, ພັດທະນາຄວາມອາດສາມາດ ໃນການດໍາລົງຊີວິດ ຂອງເຂົາເຈົ້າໃຫ້ດີຂຶ້ນ; ພັດທະນາລະບົບສັງຄົມສົງເຄາະ ແລະ ວຽກງານປ້ອງກັນ, ຄວບຄຸມ ແລະ ຟື້ນຟູຄືນຫລັງໄພພິບັດໃຫ້ມີຄວາມເຂັ້ມແຂງ; ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ ແລະ ພັດ ທະນາວຽກງານກາແດງ ໃຫ້ເຂັ້ມແຂງສາມາດປະຕິບັດພາລະບົດບາດ, ໜ້າທີ່ຊ່ວຍເຫລືອດ້ານມະນຸດສະທໍາ ທີ່ມີປະສິດທິຜົນ ແລະ ທົ່ວເຖິງ.
ແຫຼ່ງຂໍ້ມູນ: ຂປລ