ລັດຖະບານປະຊຸມດ່ວນ ຫຼັງພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ…

ລັດຖະບານປະຊຸມດ່ວນ..!! ພິຈາລະນາຖີ່ຖ້ວນຕໍ່ການອະນຸມັດໃຫ້ຍົນເຊົ່າເໝົາຈາກປະເທດທີ່ມີການລະບາດຂອງພະຍາດໂຄວິດ-19 ຄະນະສະເພາະກິດ ໄດ້ຖະແຫຼງຂ່າວ ໃນວັນທີ 23 ພະຈິກ 2020, ໂດຍ ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ລາຍງານກ່ຽວກັບຜູ້ຕິດເຊື້ອໃໝ່ ທັງ 14 ກໍລະນີ, ໃນນັ້ນ ຄົນລາວ 1 ຄົນ, ຄົນຕ່າງປະເທດ 13 ຄົນ(ເພດຊາຍ 11 ຄົນ,ຍິງ 3 ຄົນ) ທັງໝົດແມ່ນເດີນທາງມາຈາກຕ່າງປະເທດ.

ຈາກການກວດເບື້ອງຕົ້ນ ທຸກຄົນແມ່ນມີອາການປົກກະຕິ (ບໍ່ສະແດງອາການຫຍັງເຊັ່ນ: ຫວັດ, ໄຂ້, ໄອ, ອຸນຫະພູມສູງ) ແຕ່ກວດພົບເຊື້ອ. ທັງໝົດ 14 ຄົນ ແມ່ນໄດ້ຖືກນຳໄປປິ່ນປົວແຍກປ່ຽວ ຢູ່ໂຮງໝໍມິດຕະພາບຈາກກໍລະນີດັ່ງກ່າວນີ້,

ທ່ານ ພູທອນ ຍັງໄດ້ເປີດເຜີຍວ່າ: ທາງ ພັກ ແລະ ລັດຖະບານ ກໍ່ໄດ້ມີຄວາມເປັນຫ່ວງເປັນໃຍ ແລະ ທ່ານນາຍົກລັດຖະມົນຕີ ກໍ່ໄດ້ຮຽກປະຊຸມຄະນະສະເພາະກິດດ່ວນ ເພື່ອໃຫ້ທິດຊີ້ນຳໃນຫຼາຍບັນຫາ ເຊີ່ງໜື່ງໃນນັ້ນ ແມ່ນໃຫ້ຄະນະສະເພາະກິດ ພິຈາລະນາຖີ່ຖ້ວນຕໍ່ການອະນຸມັດໃຫ້ຍົນເຊົ່າເໝົາລຳຈາກປະເທດທີ່ມີການລະບາດຂອງໂຄວິດ-19 ລວມທັງການອອກວີຊ່າໃຫ້ກັບຄົນຕ່າງປະເທດ ທີ່ຢູ່ປະເທດກຳລັງມີການລະບາດພະຍາດໂຄວິດ-19.

ພ້ອມນີ້, ຍັງຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ໃຫ້ເພີ່ມສະຕິໃນການປ້ອງກັນການລະບາດເຮັດແນວໃດບໍ່ໃຫ້ມີການລະບາດມາອີກຮອບໃໝ່; ເອົາໃຈໃສ່ໃນການໂຄສະນາເຜີຍແຜ່ວິທີປ້ອງກັນການຕິດເຊື້ອໃຫ້ປະຊາຊົນຮັບຮູ້ຢ່າງທົ່ວເຖິງຫຼາຍກວ່າເກົ່າ.

ແຫຼ່ງຂໍ້ມູນ: lao youth radio

Comments