ຕ້ອນຮັັບ ເອກອັກຄະລັດຖະທູດແຫ່ງ ສະຫະພາບເອີຣົບ ຄົນໃໝ່ປະຈໍາ ລາວ….

ໃນວັນທີ 2 ພະຈິກ 2020, ທ່ານ ນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານນາງ Ina MARCICULIONYTE ເອກອັກຄະລັດຖະທູດ ແຫ່ງສະຫະພາບເອີຣົບ ຄົນໃໝ່ ປະຈຳ ສປປ ລາວ ໃນໂອກາດມາດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດຄົນໃໝ່ ປະຈໍາ ສປປ ລາວ.

ໂອກາດດັ່ງກ່າວ, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ສະແດງຄວາມຕ້ອນຮັບອັນອົບອຸ່ນ ແລະ ຊົມເຊີຍຕໍ່ທ່ານທູດທີ່ຖືກແຕ່ງຕັ້ງມາປະຕິບັດໜ້າທີ່ຢູ່ ສປປ ລາວ, ພ້ອມທັງຕີລາຄາສູງ ຕໍ່ສາຍພົວພັນອັນດີລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບຕະຫລອດໄລຍະ 45 ປີ ຜ່ານມາ, ພ້ອມທັງສະແດງຄວາມຂອບໃຈ ຕໍ່ສະຫະພາບເອີຣົບ ທີ່ໃຫ້ການຊ່ວຍເຫລືອແກ່ ສປປ ລາວ ໃນໄລຍະຜ່ານມາ ແລະ ເຊື່ອໝັ້ນວ່າ ໃນໄລຍະທີ່ທ່ານທູດມາປະຕິບັດໜ້າທີ່ຢູ່ລາວ ຈະສືບຕໍ່ປະ ກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໃຫ້ມີຜົນສໍາເລັດອັນໃໝ່ໃຫຍ່ຫລວງກວ່າເກົ່າ ເພື່ອໃຫ້ ສປປ ລາວ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ນໍາເອົາປະ ເທດອອກຈາກສະຖານະພາບປະເທດດ້ອຍພັດທະນາໃນຕໍ່ໜ້າ.

ທ່ານທູດສະຫະພາບເອີຣົບຄົນໃໝ່ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງໄດ້ຊົມເຊີຍຕໍ່ຜົນສຳເລັດ ໃນການສ້າງສາພັດທະນາປະເທດຂອງ ສປປ ລາວ, ພິເສດ ແມ່ນການຮັບມືກັບການແຜ່ລະ ບາດຂອງເຊື້ອພະຍາດ Covid-19. ພ້ອມນັ້ນ, ທ່ານທູດ ຍັງໄດ້ຢືນຢັນວ່າ ຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອ ສປປ ລາວ ໃນຂົງເຂດຕ່າງໆ ເພື່ອເສີມຂະຫຍາຍການພົວພັນ ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ ເພື່ອຜົນປະໂຫຍດຂອງສອງຝ່າຍ ກໍຄື ເພື່ອພາລະກິດ ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.

ແຫຼ່ງຂໍ້ມູນ:​ ຂປລ

Comments