ສທໝຊ ເລືອກຄະນະບໍລິຫານງານ ສະມາຄົມຊຸດໃໝ່….

ວັນທີ 29 ຕຸລາ 2020 ສະມາຄົມນັກທຸລະກິດໝຸ່ມ ແຫ່ງຊາດລາວ (ສທໜຊ) ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IV ພາຍໃຕ້ການເປັນປະທານຂອງ ທ່ານ ຄຳແສນ ສີສະວົງ ປະທານສທໜຊ, ມີ ທ່ານ ອາລຸນໄຊ ສູນນະລາດ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະ ກຳ ແລະ ການຄ້າ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ເພື່ອສະຫລຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ພ້ອມທັງໄດ້ເລືອກຄະນະບໍລິຫານສະມາຄົມຊຸດໃໝ່ ຈຳນວນ 43 ທ່ານ,

ໃນກອງປະຊຸມໄດ້ຕີລາຄາຄືນຢ່າງຮອບດ້ານເລິກເຊິ່ງ ກ່ຽວກັບຜົນສໍາເລັດຂອງການຈັດຕັ້ງປະຕິບັດທິດທາງ, ຄາດໝາຍ ແລະ ຈັດຕັ້ງປະຕິບັດວຽກງານທີ່ໄດ້ວາງອອກໃນກອງປະຊຸມໃຫຍ່ຄັ້ງທີ III ສທໜຊ, ຍົກໃຫ້ເຫັນຜົນສໍາເລັດ, ສິ່ງທີ່ຄົງຄ້າງພ້ອມທັງສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ເພື່ອນໍາໄປປັບປຸງໃນຕໍ່ໜ້າ. ພ້ອມກັນນັ້ນ, ກໍ່ກໍານົດທິດທາງ, ຄາດໝາຍສູ້ຊົນໃນຕໍ່ໜ້າ ແນໃສ່ຜັນຂະຫຍາຍແນວທາງພັດທະນາເສດຖະກິດ-ສັງຄົມ ໃຫ້ເປັນແຜນວຽກລະອຽດແຕ່ລະໄລຍະ.

ທັງນີ້, ກໍເພື່ອປັບປຸງພາຍໃນຄະນະບໍລິຫານງານ ສທໜຊ ໃຫ້ມີຄວາມເຂັ້ມແຂງຮອບດ້ານໃນເງື່ອນໄຂໃໝ່ ເແຫ່ງການເຊື່ອມໂຍງສາກົນ ແລະ ພາກພື້ນ. ກອງປະຊຸມຍັງໄດ້ເລືອກຕັ້ງທ່ານ ຄຳແສນ ສີສະວົງ ເປັນປະທານ ສທໜຊ ໃໝ່ອີກໜຶ່ງທ່ານ ແລະ ແຕ່ງຕັ້ງຮອງປະທານຈຳນວນ 12 ທ່ານ. ໂອກາດນີ້, ທ່ານ ອາລຸນໄຊ ສຸນນະລາດ ກໍໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ກອງປະຊຸມ ກໍຄື ຄະນະບໍລິຫານງານຊາວໜຸ່ມຊຸດໃໝ່ ໂດຍທ່ານ ໄດ້ເນັ້ນບາງບັນຫາສຳຄັນຄື: ສະຫາຍປະທານ ສທໜ ທີ່ຫາກໍໄດ້ຮັບເລືອກຕັ້ງມາໃໝ່ ຕ້ອງເປັນຫົວຈັກຫົວແຫລ່ງ, ເປັນຜູ້ມີຄວາມເສຍສະຫລະສູງ ແລະ ເປັນຈິງໃນການເຕົ້າໂຮມຄວາມສາມັກຄີໃນໝູ່ຄະນະ; ເອົາໃຈໃສ່ວຽກງານແນວຄິດ-ການເມືອງຂອງສະມາຊິກ,

ນອກນັ້ນສະມາຊິກແຕ່ລະສະຫາຍ ກໍຕ້ອງໄດ້ເອົາໃຈໃສ່ປຸກລະດົມພະນັກງານກໍາມະກອນ ທີ່ນອນຢູ່ໃນຫົວໜ່ວຍທຸລະກິດຂອງຕົນເອງ ໃຫ້ມີຄວາມໜັກແໜ້ນ ແລະ ຫ້າວຫັນປະຕິບັດວຽກງານທີ່ຖືກມອບໝາຍ; ບັນດາສະຫາຍ ໃນຄະນະບໍລິຫານງານ ຕ້ອງປະຕິບັດລະບຽບປະຊຸມສ່ອງແສງ ແລະ ລາຍງານຢ່າງເປັນປົກກະຕິ; ພ້ອມກັນເຊື່ອມຊຶມເຜີຍແຜ່ມະຕິ ກໍຄື ຜົນສໍາເລັດຂອງກອງປະຊຸມຄັ້ງນີ້ໃຫ້ເລິກເຊິ່ງ ແລະ ຜັນຂະຫຍາຍເປັນແຜນການເຄື່ອນໄຫວ ແລະ ກິດຈະກໍາລະອຽດ ແລະ ບັນຫາສຳຄັນອື່ນໆຈຳນວນໜຶ່ງ.

ແຫຼ່ງຂໍ້ມູນ: ຂປລ

Comments