ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ກ່າວສູນທອນພົດໃນພິທີສະເຫຼີມສະຫຼອງ ວັນສ້າງຕັ້ງສະພາແຫ່ງຊາດຄົບຮອບ 45 ປີ ທີ່ໄດ້ຈັດຂຶ້ນເມືອບໍ່ດົນມານີ້ວ່າ: ເນັ້ນໃຫ້ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງເອົາໃຈໃສ່ ຕື່ມບາງບັນຫາ ເຖິງແມ່ນວ່າໃນໄລຍະທີ່ຜ່ານມາ ບັນດາວຽກງານຕ່າງໆຈະສຳເລັດຕາມແຜນການທີ່ວາງໄວ້ກໍຕາມ.

ບັນຫາທີ່ ສະຫາຍເລຂາທິການໃຫຍ່ໄດ້ສະເໜີນັ້ນ ປະກອບມີ: ຢາກໃຫ້ເປັນເຈົ້າການປະສານສົມທົບກັບຄະນະພັກ, ອົງການປົກຄອງ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນແຕ່ລະຂັ້ນ ເພື່ອພ້ອມກັນເອົາໃຈໃສ່ຫ້າງຫາກະກຽມວຽກງານຮອບດ້ານ ໃຫ້ແກ່ການເລືອກຕັງສະມາຊິກສະພາແຫຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງຊຸດທີ II, ຕ້ອງຍົກສູງຄວາມຮັບຜິດຊອບໃນການປະຕິບັດບົດບາດດ້ານນິຕິບັນຍັດໃຫ້ດີ, ຍົກສູງຄຸນນະພາບການປັບປຸງ, ກໍ່ສ້າງກົດໝາຍ; ການສ້າງກົດໝາຍຕ້ອງແມ່ນການຜົນຂະຫຍາຍແນວທາງ, ແຜນນະໂຍບາຍຂອງພັກເປັນກົດໝາຍທີ່ເລີ່ມຈາກຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ແລະ ຮັບໃຊ້ຜົນປະໂຫຍດຂອງປະເທດຊາດ ແລະ ເພື່ອປະຊາຊົນຢ່າງແທ້ຈິງ.

ທັງສອດຄ່ອງກັບສະພາບຄ່ອງກັບຈຸດພິເສດຂອງຊາດລາວ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ຕ້ອງຍົກສູງບົດບາດການພິຈາລະນາ, ຮັບຮອງ ແລະ ຕົກລົງບັນຫາສຳຄັນພື້ນຖານຂອງປະເທດຊາດ ດ້ວຍຄວາມຮັບຜິດຊອບການເມືອງອັນສູງສົ່ງຕໍ່ພັກ, ຕໍ່ປະຊາຊົນ, ມີການຄົ້ນຄວ້າບັນຫາຢ່າງເລິກເຊິ່ງ, ມີຂໍ້ມູນທີ່ລະອຽດຊັດເຈນ, ສະເໜີວິທີການແກ້ໄຂ ແລະ ມາດຕະການຕໍ່ແຕ່ລະບັນຫາດ້ວຍເຫດ ແລະຜົນ ເພື່ອໃຫ້ອົງການລັດຂັ້ນຕ່າງໆສາມາດນຳໄປຈັດຕັງປະຕິບັດຢ່າງມີໝາກຜົນ ໃຫ້ປະເທດຊາດ ແລະ ປະຊາຊົນໄດ້ຮັບຜົນປະໂຫຍດສູງສຸດ.