ເມືອງໃໝ່ ຈະພຽບພ້ອມສິ່ງອຳນວຍຄວາມສະດວກ ແກ່ນັກທ່ອງທ່ຽວ…

ປັດຈຸບັນ, ບໍລິສັດພັດທະນາເມືອງໃໝ່ ວັງວຽງລາວ ຈຳກັດ ໄດ້ສືບຕໍ່ເຂົ້າສູ່ຂັ້ນຕອນການເຈລະຈາ ສັນຍາສຳປະທານ ແລະ ກະກຽມວຽກງານກໍ່ສ້າງໂຄງການ ຊຶ່ງມີການປະສານສົມທົບແໜ້ນ ກັບ ລັດຖະບານ ແລະ ອຳນາດການປົກຄອງ ເພື່ອໃຫ້ໂຄງການນີ້ ໄດ້ຮັບການຈັດຕັ້ງປະຕິບັດໂດຍໄວ. ໂດຍຜ່ານການສຶກສາຄວາມເປັນໄປໄດ້ມາເປັນເວລາ 2 ປີກວ່າ ໄດ້ມີຄວາມຄືບໜ້າເປັນຢ່າງດີ ຊຶ່ງໄດ້ສຳເລັດ 3 ໜ້າວຽກສຳຄັນຄື: ຜົນການສຶກສາຄວາມເປັນໄປໄດ້ ດ້ານເສດຖະກິດ-ເຕັກນິກ, ການປະເມີນຜົນກະທົບດ້ານສິ່ງແວດລ້ອມ ແລະ ສັງ ຄົມ, ການສຳຫລວດທີ່ດິນ ແລະ ການສ້າງແຜນນຳໃຊ້ທີ່ດິນ.

UPDATED] 18 AWESOME THINGS TO DO IN VANG VIENG!!!

ທ່ານ ຖັງ ຊິນຊວານ ປະທານບໍລິສັດ ພັດທະນາເມືອງໃໝ່ ວັງວຽງລາວ ຈຳກັດ ເປີດເຜີຍຕໍ່ສຳນັກຂ່າວ ໃນວັນທີ 8 ຕຸລາ 2020 ນີ້ວ່າ: ໂຄງການຕັ້ງຢູ່ເບື້ອງຕາເວັນຕົກຂອງສາຍນ້ຳຊອງ ເມືອງວັງວຽງ ແຂວງວຽງຈັນ, ກວມເນື້ອທີ່ປະມານ 7.000 ເຮັກຕາ, ຊຶ່ງໄດ້ແບ່ງເປັນ 5 ໄລຍະການກໍ່ສ້າງ, ກຳນົດ 29 ປີ ໃນມູນຄ່າທັງໝົດ 5,3 ຕື້ໂດລາສະຫະລັດ ປະກອບດ້ວຍພື້ນຖານໂຄງລ່າງທີ່ແໜ້ນໜາ, ຖະໜົນຫົນທາງທີ່ມີມາດຕະຖານ, ຂົວຂ້າມນ້ຳຊອງ 4 ແຫ່ງ, ມີແຫລ່ງທ່ອງທ່ຽວທຳມະຊາດ, ສູນການຄ້າ, ໂຮງຮຽນ, ໂຮງໝໍ, ຫໍປະຊຸມນາໆຊາດ ແລະ ວັດວາອາຮາມທີ່ເປັນເອກະລັກ.

tn4 - KaoToday

ນອກນີ້, ຍັງຈະມີຂະແໜງທຸລະກິດທີ່ຫລາກຫລາຍ ມີລັກສະນະປະສົມປະສານແບບທັນສະໄໝ; ຈະສ້າງເມືອງວັງວຽງ ໃຫ້ກາຍເປັນເມືອງແຫ່ງການທ່ອງທ່ຽວທີ່ມີຊື່ສຽງຂອງລາວ ກາຍເປັນເປັນສວນຫລັງບ້ານ ຂອງນະຄອນຫລວງວຽງຈັນ, ກາຍເປັນເມືອງພັກຜ່ອນຢ່ອນໃຈຂອງສາກົນ ແລະ ກາຍເປັນເມືອງທ່ອງທ່ຽວທີ່ມີເອກະລັກສະເພາະຂອງລາວນຳດ້ວຍ, ສິ່ງສຳຄັນໂຄງການນີ້ ຈະພຽບພ້ອມໄປດ້ວຍສິ່ງອຳນວຍຄວາມສະດວກ ໃຫ້ແກ່ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດໃນອະນາຄົດ.

Photos at Nam Song River - River in Vang Vieng

ໂຄງການພັດທະນາເຂດໃໝ່ ວັງວຽງ ຈະເຮັດໃຫ້ປະຊາຊົນໃນເຂດໂຄງການ ກໍຄື ຊາວເມືອງວັງວຽງ ໄດ້ຮັບຜົນປະໂຫຍດຫລາຍຢ່າງ ເນື່ອງຈາກການກໍ່ສ້າງພັດທະນານັ້ນ ໄດ້ຮັກສາຄວາມສວຍສົດງົດງາມຂອງເມືອງວັງວຽງເອົາໄວ້, ສ້າງເປັນເມືອງທຳມະຊາດ ທີ່ເຮັດໃຫ້ນັກທ່ອງທ່ຽວຈາກທຸກມູມໂລກຫຼົງໄຫຼໃນຕົວເມືອງວັງວຽງ ທັງເສີມຂະຫຍາຍກິດຈະການທ່ອງທ່ຽວທີ່ມີຢູ່ແລ້ວ, ສ້າງສູນກາງການແລກປ່ຽນພຸດທະສາສະໜາ, ສວນສະໜຸກ, ຮ້ານຄ້າປອດພາສີ, ລົດໄຟຟ້າ, ສ້າງໃຫ້ວັງວຽງກາຍເປັນເມືອງສະຫວັນແຫ່ງການໃຊ້ຈ່າຍ ເພື່ອພັກຜ່ອນ; ປັບປຸງຊີວິດການເປັນຢູ່ຂອງປະຊາຊົນມີການປ່ຽນແປງດີຂຶ້ນ ແລະ ປັບປຸງເຂດບ້ານໃຫ້ມີຄວາມສວຍງາມ, ມີການຮັກສາສິ່ງແວດລ້ອມທີ່ດີບົນພື້ນຖານທີ່ວ່າ “ບໍ່ມີການຍົກຍ້າຍບ້ານ ບໍ່ມີການຍົກຍ້າຍປະຊາຊົນ”.

Vang Vieng, Laos - Image & Photo (Free Trial) | Bigstock

ສາມາດຊຸກຍູ້ເສດຖະກິດຂອງເມືອງວັງວຽງ ໃຫ້ພັດທະນາໄປໄວ, ສາມາດສ້າງອາຊີບທາງກົງໃຫ້ແກ່ປະຊາຊົນໃນເຂດທ້ອງຖິ່ນປະມານ 27.800 ຕຳແໜ່ງງານ, ຊຸກຍູ້ໃຫ້ຂະແໜງການອື່ນຂະຫຍາຍຕົວໄວ ແລະ ທຸກຂະແໜງການທຸລະກິດໄດ້ຮັບຜົນປະໂຫຍດໄປນຳກັນ, ເພີ່ມຄວາມສາມາດດ້ານການບໍລິການໃຫ້ເມືອງວັງວຽງ, ເພີ່ມຊື່ສຽງຂອງເມືອງວັງວຽງໃຫ້ແກ່ສາກົນ. ຄຽງຄູ່ກັບການທີ່ກຳລັງຈະເປີດນຳໃຊ້ເສັ້ນທາງລົດໄຟລາວ-ຈີນ ແລະ ເສັ້ນທາງດ່ວນວຽງຈັນ-ວັງວຽງ, ໃນຕໍ່ໜ້າຄາດວ່າຈະມີນັກທ່ອງທ່ຽວຈາກທັງພາຍໃນ ແລະ ຕ່າງປະ ເທດເຂົ້າມາທ່ຽວເມືອງວັງວຽງ ປະມານ 9 ລ້ານເທື່ອຄົນຕໍ່ປີ ເພື່ອພັກຜ່ອນກັບທຳມະຊາດທີ່ສວຍງາມ, ຊຶ່ງຈຳເປັນຕ້ອງມີສິ່ງອຳນວຍຄວາມສະດວກຕ່າງໆ ເພື່ອຮອງຮັບເຊັ່ນ: ໂຮງແຮມ, ສະຖານທີ່ພັກຜ່ອນຕ່າງໆ ເພື່ອເຮັດໃຫ້ແຂກມາຫລິ້ນ-ມາທ່ຽວ ດ້ວຍຄວາມມ່ວນຊື່ນ, ມາພັກຜ່ອນຢ່າງສະບາຍໃຈ ແລະ ມີຄວາມສຸກ.

ແຫຼ່ງຂໍ້ມູນ: ຂປລ

Comments