ອັດຕາການຖືພາໂດຍບໍ່ໄດ້ວາງແຜນໃນ ສປປ ລາວ ຍັງເປັນບັນຫາ…

ອີງຕາມຂໍ້ມູນຂອງອົງການສະຫະປະຊາຊາດ ກອງທືນສຳລັບປະຊາກອນ (UNFPA) ໃຫ້ຮູ້ວ່າ: ໃນບັນດາປະເທດອາຊຽນ ສປປ ລາວ ມີອັດຕາການເກີດລູກໃນໄວໜຸ່ມສູງທີ່ສຸດ ປະ ມານ 83 ຕໍ່ເດັກຍິງ 1.000 ຄົນ ອາຍຸ 15-19 ປີ ທີ່ໄດ້ມີການເກີດລູກ, ອັດຕາການຕາຍຂອງແມ່ຍັງສູງ ແລະ ຄາດວ່າຈະເພີ່ມຂຶ້ນຍ້ອນຜົນກະທົບທີ່ກ່ຽວຂ້ອງ ກັບພະຍາດຕິດເຊື້ອ COVID-19.

ເດັກນ້ອຍ ຂາດສານອາຫານ ສູງກວ່າ ອັຕຣາ ສເລັ່ຽ ຂອງໂລກ
ພາບປະກອບ

ທຸກ 2 ປີ ໃນ ສປປ ລາວ ມີການຖືພາໂດຍບໍ່ໄດ້ວາງແຜນປະມານ 286.000 ຄົນ, ສ່ວນໃຫຍ່ແມ່ນຢູ່ໃນກຸ່ມຜູ້ທີ່ບໍ່ສາມາດເຂົ້າເຖິງຂໍ້ມູນ ແລະ ການບໍລິການ ກ່ຽວກັບການຄຸມກຳເນີດແບບສະໝັກໃຈ ການຖືພາທີ່ບໍ່ໄດ້ວາງແຜນເປັນຈຳນວນຫລາຍ ແມ່ນໃນບັນດາແມ່ຍິງອາຍຸຍັງນ້ອຍ ແລະ ທຸກຍາກທີ່ສຸດໃນຊີວິດຂອງເຂົາເຈົ້າ ແລະ ໂອກາດຂອງພວກເຂົາກໍມີຈຳກັດຫລາຍ ຍ້ອນການຖືພາທີ່ບໍ່ໄດ້ວາງແຜນ ແລະ ເດັກນ້ອຍຍັງບໍ່ໄດ້ຮັບຜົນປະໂຫຍດຈາກໂພຊະນາການທີ່ດີ. ສະນັ້ນ, ຈຶ່ງເປັນສິ່ງທ້າທາຍສືບຕໍ່ເປັນວົງຈອນຂອງຄວາມທຸກຍາກ, ຈຳນວນການເກີດທີ່ບໍ່ໄດ້ວາງແຜນ ຄາດວ່າຈະເພີ່ມຂຶ້ນໃນປະເທດລາວ.

ແມ່ຍິງ-ເດັກນ້ອຍ 07/31/17
ພາບປະກອບ

ເນື່ອງຈາກຜົນກະທົບທີ່ກ່ຽວຂ້ອງກັບການລະບາດຂອງພະຍາດ COVID-19, ໃນໄລ ຍະ 2 ປີ ຄາດວ່າຈະເພີ່ມຂຶ້ນເຖິງ 331.000 ຫລື 355.000 ການເກີດໃໝ່ທີ່ບໍ່ໄດ້ວາງແຜນ. ໃນຂະນະທີ່ການບໍລິການ ແລະ ຜະລິດຕະພັນວາງແຜນຄອບຄົວ, ການພັດທະນາແບບຕໍ່ເນື່ອງ ແມ່ນມີຄວາມບໍ່ສະເໝີພາບ 68% ຂອງພົນລະເມືອງທີ່ອາໄສຢູ່ເຂດຊົນນະບົດ, ເຂດຫ່າງໄກຊອກຫລີກ ທີ່ບໍ່ມີເສັ້ນທາງເຂົ້າເຖິງແມ່ນເປັນສິ່ງທ້າທາຍຫລາຍທີ່ສຸດ ໃນການເຂົ້າເຖິງການບໍລິການສຸຂະພາບ. ໃນຈຳນວນແມ່ຍິງທີ່ແຕ່ງງານແລ້ວ 14% ຫລີກລ້ຽງການຖືພາບໍ່ສາມາດເຂົ້າເຖິງການຄຸມກໍາ ເນີດໄດ້.

ອຸທິດຕົນເພື່ອ 38 ອາທິດຂອງການຖືພາ: ເປັນໄປໄດ້ສາເຫດ.  ສິ່ງທີ່ຄວນຮູ້ແລະຄໍາແນະນໍາຂອງທ່ານຫມໍ

ຜ່ານການເກັບກັບຂໍ້ມູນໃນບາງແຂວງ ອັດຕານີ້ເພີ່ມຂຶ້ນເກືອບສອງເທົ່າ, ເກືອບ 7 ໃນ 10 ຂອງທຸກຄົນມີຄວາມຈໍາເປັນໃນການຄຸມກໍາເນີດ. ສະນັ້ນ, ອົງການສະຫະປະຊາຊາດກອງທືນສຳລັບປະຊາກອນ ໄດ້ຮ່ວມກັບລັດຖະບານ ສປປ ລາວ ເພື່ອສະໜັບສະໜູນນະໂຍບາຍ ແລະ ແຜນງານທີ່ກ່ຽວຂ້ອງ, ໃນການວາງແຜນຄອບຄົວ ເຊັ່ນ: ການເບິ່ງແຍງຫລັງການເກີດລູກ, ການເຜີຍແຜ່ຂໍ້ມູນຂ່າວສານ ແລະ ການບໍລິການວາງແຜນຄອບຄົວ ພ້ອມດ້ວຍການບໍລິການທີ່ເປັນມິດກັບໄວໜຸ່ມ, ການສະໜອງຢາຄຸມກຳເນີດທີ່ມີຄຸນນະພາບ, ສ້າງຄວາມເຂັ້ມແຂງລະບົບສາທາລະນະສຸກແຫ່ງຊາດ ແລະ ເກັບກຳຂໍ້ມູນເພື່ອສະໜັບສະໜູນວຽກງານນີ້ ເພື່ອຄວາມກ້າວໜ້າໄປສູ່ເປົ້າໝາຍການພັດທະນາແບບຍືນຍົງ.

ແມ່ຍິງ-ເດັກນ້ອຍ 02-08-2016
ພາບປະກອບ

ໃນກອງປະຊຸມສາກົນ ກ່ຽວກັບປະຊາກອນ ແລະ ການພັດທະນາ (ICPD25) ລາວກໍໄດ້ສະ ເໜີເຂົ້າຮ່ວມສັນຍາດັ່ງກ່າວ ເພື່ອປະກອບສ່ວນເຂົ້າໃນການເຂົ້າເຖິງສຸຂະພາບການຈະເລີນພັນ, ທາງເພດ ແລະ ສິດທິ ເຊິ່ງເປັນສ່ວນໜຶ່ງການປົກຄຸມ ຂອງການບໍລິການສາທາລະນະສຸກ (UHC). ໃນຂະນະທີ່ ສປປ ລາວ ຈະຫລຸດພົ້ນຈາກສະຖານະພາບຄວາມທຸກຍາກ(LDC), ຕ້ອງໄດ້ຮັບປະກັນການສະໜອງທຶນແຫ່ງຊາດ ສຳລັບການວາງແຜນຄອບຄົວ ຍ້ອນວ່າງົບປະມານຂອງຜູ້ໃຫ້ທຶນຈະຫລຸດລົງເຊັ່ນດຽວກັນ. ດັ່ງນັ້ນ, ການມີສ່ວນຮ່ວມຂອງສະຫະປະຊາຊາດກອງທຶນສຳລັບປະຊາກອນ ການລະ ບາດຂອງເຊື້ອພະຍາດCOVID-19 ແມ່ນເປັນສິ່ງທ້າທາຍທີ່ສໍາຄັນ ຕໍ່ລະບົບສາທາລະ ນະສຸກໃນ ສປປ ລາວ, ຄວາມສ່ຽງການບໍລິການດ້ານສຸຂະພາບ ແລະ ໂພຊະນາການທີ່ຈຳເປັນສຳລັບແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໝຸ່ມ ແມ່ນມີຄວາມຈຳເປັນ.

ແຫຼ່ງຂໍ້ມູນ: ຂປລ

Comments