ໃນທຸກໆມື້ ທົ່ວໂລກ ຍັງມີຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນ…

ວັນທີ 28 ກັນຍາ 2020 ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ມີທັງໝົດ 33.307.363 ຄົນ, ເພີ່ມຂຶ້ນ 237.618 ຄົນ, ເສຍຊີວິດ 1.002.389 ຄົນ, ໃນນັ້ນສະຫະລັດອາເມຣິກາເປັນອັນດັບໜຶ່ງ ມີຜູ້ຕິດເຊື້ອ 7.321.343 ຄົນ, ເພີ່ມຂຶ້ນ 34.603 ຄົນ, ເສຍຊີວິດ 209.453 ຄົນ, ອັນດັບສອງ ແມ່ນອິນເດຍ ມີຜູ້ຕິດເຊື້ອ 6.073.348 ຄົນ, ເພີ່ມຂຶ້ນ 80.816 ຄົນ, ເສຍຊີວິດ 95.574 ຄົນ, ອັນດັບສາມ ແມ່ນ ເບຼຊິນ ຜູ້ຕິດເຊື້ອ 4.732.309 ຄົນ, ເພີ່ມຂຶ້ນ 14.194 ຄົນ, ເສຍຊີວິດ141.776 ຄົນ, ສ່ວນ ສປປ ລາວ ຢູ່ອັນດັບທີ 206 ຂອງໂລກ ມີຜູ້ຕິດເຊື້ອສະສົມ 23ຄົນ ປົວດີແລ້ວ 22ຄົນ, ພວມປິ່ນປົວຢູ່ໂຮງໝໍມິດຕະພາບ 1ຄົນ.

Đưa 350 công dân Việt Nam từ Australia về nước an toàn

ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຄະນະສະເພາະກິດຄວບຄຸມໂຄວິດ19 ຖະແຫລງຕໍ່ສື່ມວນຊົນ ຕອນເຊົ້າວັນທີ 28 ກັນຍາ ນີ້ ເຖິງການເຝົ້າລະວັງ COVID-19 ຢູ່ ສປປ ລາວວ່າ: ຮອດ ເວລາ 17 ໂມງ ວັນທີ 27 ກັນຍາ 2020 ທົ່ວປະເທດມີຜູ້ເດີນທາງເຂົ້າມາ ລາວ ທັງໝົດ 1,884 ຄົນ: ໃນນັ້ນຈຸດຜ່ານດ່ານ ລາວ-ໄທ 1,033 ຄົນ ມີແຮງງານລາວກັບມາແຕ່ໄທ 601 ຄົນ; ຈຸດຜ່ານດ່ານ ລາວ – ຈີນ 120 ຄົນ, ໃນນີ້ ມີແຮງງານລາວ 1 ຄົນ ແລະ ແຮງງານຈີນ 83 ຄົນ,

ອັບເດັດສະ ພາບ ການ ໂລກ ລະ ບາດ ໂຄວິດ-19 ໃນ ທົ່ວ ໂລກ

ເຫຼືອນັ້ນ ແມ່ນ ຄົນຂັບລົດສົ່ງສິນຄ້າ; ຈຸດຜ່ານດ່ານ ລາວ – ຫວຽດນາມ 729 ຄົນ,ໃນນັ້ນ ມີນັກສຶກສາ 16 ຄົນ, ແຮງງານຫວຽດນາມ 24 ຄົນ, ເຫຼືອນັ້ນ ແມ່ນຄົນຂັບລົດສົ່ງສິນຄ້າ, ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແລະໄດ້ເກັບຕົວຢ່າງມາກວດ ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ. ດຣ. ສີສະຫວາດ ສຸດທານີລະໄຊ ໃຫ້ຮູ້ວຽກງານເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດວ່າ: ວັນທີ 27 ກັນຍາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 379 ຄົນ,ໃນນັ້ນມີ ແຮງງານລາວມາແຕ່ໄທ 114 ຕົວຢ່າງ, ແຮງງານມຽນມ້າ 51 ຕົວຢ່າງ, ແຮງງານຫວຽດນາມ 4 ຕົວຢ່າງ, ແຮງງານໄທ 5 ຕົວຢ່າງ, ແຮງງານລາວກັບມາແຕ່ຈີນ 9 ຕົວຢ່າງ, ບຸກຄົນທົ່ວໄປບໍ່ມີອາການ 190 ຕົວຢ່າງ, ບຸກຄົນທົ່ວໄປມີອາການ 5 ຕົວຢ່າງ ແລະ ຜູ້ຕິດເຊື້ອກໍລະນີ 23 ມາກວດຄືນ 1 ຕົວຢ່າງ; ຜົນກວດວິເຄາະທັງໝົດແມ່ນ ບໍ່ພົບເຊື້ອ, ສຳລັບຜົນກວດ ຜູ້ຕິດກໍລະນີທີ 23 ແມ່ນຍັງພົບເຊື້ອຢູ່; ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 27 ກັນຍາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 51,084 ຕົວຢ່າງ, ກວດພົບເຊື້ອສະສົມ 23 ຄົນ.

ແຫຼ່ງຂໍ້ມູນ: ວິທະຍຸແຫ່ງຊາດລາວ

Comments