ຮອງປະທານປະເທດ ຕ້ອນຮັບທູດໄທ ເຂົ້າຢ້ຽມຂໍ່ານັບອຳລາ……

ວັນທີ 15 ກັນຍາ 2020, ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາຂອງ ທ່ານ ດຳຣົງ ໃຄ່ຄວນ ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳລາວ ໃນໂອກາດທີ່ ທ່ານ ຈະສຳເລັດໜ້າທີ່ການທູດຢູ່ລາວ ໃນວັນທີ 30 ກັນຍາ 2020 ນີ້.

ທ່ານ ພັນຄຳ ວິພາວັນ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານ ດຳຣົງ ໃຄ່ຄວນ ທີ່ໄດ້ສຳເລັດການປະຕິ ບັດໜ້າທີ່ການທູດຢູ່ລາວ ເຖິງວ່າເປັນເວລາອັນສັ້ນ ແຕ່ໄດ້ປະກອບສ່ວນສຳຄັນໃນສາຍພົວພັນທີ່ດີ, ເປັນປະ ເທດບ້ານໃກ້ເຮືອນຄຽງທີ່ມີການຜູກພັນກັນທາງດ້ານຮີດຄອງປະເພນີ, ວັດທະນະທຳ, ພາສາປາກເວົ້າ ແລະ ເປັນແກ່ວດອງກັນມາແຕ່ບູຮານນະການ. ໃນໄລຍະປະຕິບັດໜ້າທີ່ການທູດ ທ່ານໄດ້ມີບົດບາດສຳຄັນໃນການເພີ່ມທະວີສາຍພົວພັນ ແລະ ການຮ່ວມມືຂອງສອງປະເທດ ລາວ-ໄທ ໂດຍສະເພາະຝ່າຍໄທ ໄດ້ສະໜັບສະໜູນທຶນການສຶກສາໃຫ້ແກ່ລາວ ໃນລະດັບປະລິນຍາໂທ ຈຳນວນ 30 ທຶນຕໍ່ປີ ແລະ ທຶນຝຶກອົບຮົມ, ທັດສະນະສຶກສາ ໃນຂະແໜງການຕ່າງໆ ຈຳນວນ 20 ຫລັກສູດ.

ຫ້ອງການໃດມີຜູ້ສໍ້ໂກງ ຫົວໜ້າ ຮັບຜິດ

ນອກຈາກນີ້, ການຮ່ວມມືດ້ານໂຄງການພາຍໃຕ້ກອບການຮ່ວມມືດ້ານວິຊາການ ລາວ-ໄທ ຄັ້ງທີ 23 (ຂະແໜງການສຶກສາ, ກະສິກຳ ແລະ ປ່າໄມ້, ສາທາລະນະສຸກ ແລະ ອື່ນໆ) ຈຳນວນ 16 ໂຄງ ການ ທີ່ຝ່າຍໄທ ໃຫ້ການສະໜັບສະໜູນຊ່ວຍເຫລືອລ້າ ແລະ ກຳລັງສືບຕໍ່ປະຕິບັດດຳເນີນການລະຫວ່າງ ປີ 2019-2020. ລາວ ແລະ ໄທ ສ້າງຕັ້ງສາຍພົວພັນການ ທູດນຳກັນ ໃນວັນທີ 19 ທັນວາ 1950.

งานสัมมนา “รู้ทันการลงทุนในลาว -  เจาะประเด็นการควบรวมกิจการในลาวและการนำเสนอภาษีที่จะออกใหม่”

ທ່ານ ດຳຣົງ ໃຄ່ຄວນ ໄດ້ສະແດງຄວາມຂອບໃຈຕໍ່ ທຮອງປະທານປະເທດລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບ ອຸ່ນ, ພ້ອມທັງໄດ້ສະແດງຄວາມຂອບໃຈຢ່າງສູງ ຕໍ່ລັດຖະ ບານລາວ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນຊ່ວຍ ເຫລືອ ກໍຄື ອຳນວຍຄວາມສະດວກ ເຮັດໃຫ້ການປະຕິບັດໜ້າທີ່ການທູດຂອງຕົນຢູ່ລາວປະສົບຜົນສຳເລັດເປັນຢ່າງດີ ແລະ ປະກອບສ່ວນຊ່ວຍຊຸກຍູ້ສາຍພົວພັນ ແລະ ການຮ່ວມມື ໄທ-ລາວ ໃຫ້ນັບມື້ດີຂຶ້ນກ່ວາເກົ່າ.

ແຫຼ່ງຂໍ້ມູນ: ວິທະຍຸແຫ່ງຊາດ

Comments