ຢາວັນຊິນປ້ອງກັນພະຍາດ ໂຄວິດ-19 ຜະລິດຈາກຈີນໃກ້ສຳເລັດແລ້ວ…

ປັດຈຸບັນ ສປ ຈີນ ໄດ້ດໍາເນີນການຈົດລິຂະສິດ ວັກຊີນ ດັ່ງກ່າວ ໃນວັນທີ 11/08/2020 ພ້ອມກຽມພ້ອມ ເຂົ້າສູ່ການທົດລອງໃນເຟດ 3 ກ່ອນປ່ອຍອອກສູ່ຕະຫຼາດ.

ສໍານັກຂ່າວ ຊິນຫົວ ຂອງ ສປ ຈີນລາຍງານວ່າ ຜູ້ເຂົ້າຮັບການສີດຢາວັກຊີນ ທີ່ພັດທະນາໂດຍ ສປ ຈີນ ມີຄວາມປອດໄພ ແລະ ເກີດການຕອບສະໜອງຂອງພູມຄຸ້ມກັນ !!! ວັກຊີນນີ້ ພັດທະນາໂດຍ ສະຖາບັນຜະລິດຕະພັນຊີວະພາບ ອູ່ຮັນ ໃນກຸ່ມ Sinopharm ໂດຍໃຊ້ອາສາສະໝັກ 320 ຄົນ ອາຍຸ 18-59 ປີ ໂດຍມີ 96 ຄົນ ເຂົ້າຮ່ວມທົດສອບ ໃນເຟດ 1 ແລະ ອີກ 224 ຄົນ ເຂົ້າຮ່ວມໃນເຟດ 2.

ຜົນການວິໄຈ ຊີ້ໃຫ້ເຫັນວ່າ ວັກຊີນ ກະຕຸ້ນໃຫ້ເກີດແອນຕີ້ບໍດີ ຊະນິດລົບລ້າງອາການ ທີ່ເກີດຂຶ້ນໃນກຸ່ມອາສາສະໝັກ ໄດ້ຢ່າງມີປະສິດທິພາບ ປລະ ມີການກະຕຸ້ນສ້າງພູມຄຸ້ມກັນທີ່ດີ ອັນເກີດຈາກຄວາມສາມາດຂອງວັກຊີນ ທີ່ກະຕຸ້ນ ການຕອບສະໜອງ ຂອງລະບົບ ພູມຄຸ້ມກັນຮ່າງກາຍ ຂອງມະນຸດ.

ແຫຼ່ຂໍ້ມູນ: Xinhua NEWS

Comments