ອົດສະຕຣາລີ ກຽມຮັບມືກັບການລະບາດຮອບ 3 ຫຼັງພົບຜູ້ຕິດເຊື້ອເພີ່ມ

ສໍານັກຂ່າວຕ່າງປະເທດ ລາຍງານຈາກເມືອງ ເມລເບີນ ປະເທດ ອົດສະຕຣາລີ ໃນວັນທີ 15/08/2020 ທີ່ຜ່ານມາວ່າ ການແຜ່ລະບາດຂອງເຊື້ອ ໂຄວິດ-19 ຢູ່ເມືອງ ເມລເບີນ, ເມືອງທີ່ມີປະຊາກອນຫຼາຍເປັນອັນດັບສອງຂອງປະເທດ, ພົບການຕິດເຊື້ອ ພາຍໃນ 24 ຊົ່ວໂມງ ເພິ່ມຂຶ້ນ 303 ຄົນ, ໂດຍການລະບາດຂອງເຊື້ອໃນຮອບໃໝ່ນີ້ ແມ່ນຍັງບໍ່ທັນມີຫຼັກຖານ ທີ່ແນ່ນອນ ວ່າແຜ່ອອກມາຈາກແຫຼ່ງໃດ ແລະ ຍັງມີອັດຕາການແຜ່ລະບາດ ໃນເຂດຊຸມຊົນສູງ.

COVID-19 restrictions set to end in Australia

ການແຜ່ລະບາດຮອບ 3 ນີ້ ເຮັດໃຫ້ເມືອງເມລເບີນ ເມືອງເອກຂອງລັດວິກຕໍເລຍ ຕ້ອງໄດ້ເຂົ້າສູ່ການລ໋ອກດາວລະດັບ 4 ແກ່ຍາວໄປ ຈົນຮອດວັນທີ 13 ກັນຍາ 2020.

Australian State Posts Single-Day Record of New COVID-19 Cases ...

ປັດຈຸບັນ ອົດສະຕຣາລີ ມີຕົວເລກ ຜູ້ຕິດເຊື້ອສະສົມ ທົ່ວປະເທດ ຢູ່ທີ 23,036 ຄົນ ແລະ ເສຍຊີວິດແລ້ວ 380 ຄົນ.

Australia - Covid-19 - Immigration update

Comments