ລັດຖະບານ ປັບໂຄງສ້າງລາຄາໄຟຟ້າ ປີ 2020 ຄືນໃໝ່ ໂດຍອີງໃສ່ 3 ຈຸດປະສົງ ແລະ 4 ເປົ້າໝາຍຫລັກ

ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ຮູ້ໃນໂອກາດຮ່ວມຖະແຫລງຂ່າວ ກ່ຽວກັບການປະຕິບັດນະໂຍບາຍລາຄາໄຟຟ້າ ໃນໄລຍະປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ ໂຄວິດ-19 ເມື່ອບໍ່ດົນນີ້ວ່າ: ການປັບປຸງໂຄງສ້າງລາຄາໄຟຟ້າສະບັບໃໝ່ນີ້ ແມ່ນອີງໃສ່ 3 ຈຸດປະສົງໃຫຍ່ຄື: ຢາກໃຫ້ປະຊາຊົນລາວ ເຮັດການຜະລິດເປັນສິນຄ້າເພີ້ມຂຶ້ນ ເປັນຕົ້ນລະດັບຈຸນລະພາກ, ຂະໜາດນ້ອຍ ຫລື ເປັນອຸດສາຫະກໍາປຸງແຕ່ງປະເພດຕ່າງໆ; ໃຫ້ມີການນໍາໃຊ້ສິນຄ້າພາຍໃນປະ ເທດໃຫ້ຫລາຍຂຶ້ນ, ຫລຸດຜ່ອນການສົ່ງອອກ ວັດຖຸດິບທີ່ບໍ່ຮັບການປຸງແຕ່ງ ເພື່ອໃຫ້ເກີດມູນຄ່າເພີ່ມເປັນຫລາຍເທົ່າ, ໃນນັ້ນ ພະລັງງານໄຟຟ້າກໍ ແມ່ນສິນຄ້າພາຍໃນອັນໜຶ່ງ; ໃຫ້ໄຟຟ້າລາວ ຍັງສາມາດສືບຕໍ່ດໍາເນີນທຸລະກິດ ມີຜົນກໍາໄລຮັບປະກັນການສະໜອງໄຟຟ້າດ້ວຍຄຸນນະພາບ.

ສໍາລັບ 4 ເປົ້າໝາຍແມ່ນ ໃຫ້ແຕ່ລະຄອບຄົວສາມາດເຂົ້າເຖິງພະລັງງານໄຟຟ້າ ໃຫ້ໄດ້ຕະຫລອດ 24 ຊົ່ວໂມງ ເຊິ່ງເປັນປັດໃຈສໍາຄັນໃນການລຶບລ້າງຄວາມທຸກຍາກ; ໃຫ້ຮັກສານະໂຍບາຍເກື້ອກູນສໍາລັບຜູ້ທີ່ໃຊ້ໄຟໜ້ອຍ; ສົ່ງເສີມການລົງທຶນຕ່າງປະເທດເຂົ້າໃສ່ຂະແໜງປຸງແຕ່ງອຸດສາຫະກໍາ ໂດຍເອົາພະລັງງານໄຟຟ້າເປັນສິ່ງດຶງດູດ ກະຕຸ້ນການສ້າງວຽກເຮັດງານທໍາໃຫ້ກັບແຮງງານລາວ ແລະ ສົ່ງເສີມການຜະລິດກະສິກໍາຄໍ້າປະກັນສະບຽງອາຫານ ເຊິ່ງຈະໄດ້ຮັບການສົ່ງເສີມດ້ານລາຄາໄຟຟ້າທີ່ຕໍ່າ.
ທ່ານ ຄໍາມະນີ ອິນທິລາດ ຍັງໃຫ້ຮູ້ິອີກວ່າ: ການປັບປຸງໂຄງສ້າງລາຄາໄຟຟ້າດັ່ງກ່າວ, ມີສ່ວນຮ່ວມໃນການປະຕິບັດນະໂຍບາຍຂອງລັດຖະບານ ກ່ຽວກັບການສົ່ງເສີມ ການຜະລິດຄໍ້າປະກັນສະບຽງອາຫານ ເຊິ່ງຈະເຫັນໄດ້ຈາກລາຄາໃໝ່ແມ່ນ 600ກີບ/KWh ເປັນລາຄາຖືກອັນດັບ 2 ຮອງຈາກລາຄາໄຟຟ້າເພື່ອກະສິກໍາ (ຊົນລະປະທານ ແລະ ປໍ້ານໍ້າ) ທີ່ມີລາຄາ 526 ກີບ/KWh ເຊິ່ງຕໍ່າທີ່ສຸດ ໃນໂຄງສ້າງຂອງລາຄາໄຟຟ້າໃໝ່, ສາ ມາດໃຊ້ໄຟຟ້າດູດນໍ້າມາຫົດສວນຜັກໃນລາຄາທີ່ຖືກລົງ. ສຳລັບ ລາຄາໄຟຟ້າ ສຳລັບຜະລິດທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ຫລື SME ຫລຸດລົງຈາກ 799 ກີບ ເປັນ 3 ຂັ້ນ (761 ກີບ/725 ກີບ/690 ກີບ) ໝາຍວ່າ: ໃຊ້ໄຟແຕ່ 0-5.000 KWh/ເດືອນ= 761 ກີບ/KWh, ແຕ່ 5.001-10.000 KWh/ເດືອນ= 721 ກີບ/KWh ແລະ ໃຊ້ໄຟຫລາຍກວ່າ 10.000 KWh/ເດືອນ= 690 ກີບ/KWh, ສົ່ງເສີມໂຮງງານອຸດສາຫະກໍາປຸງແຕ່ງທີ່ໃຊ້ໄຟແຮງດັນສູງ 115 ກິໂລໂວນ ດ້ວຍລາຄາທີ່ຕໍ່າລົງຈາກ 714 ກີບ ເປັນ 3 ຂັ້ນ(662 ກີບ/630ກີບ/600ກີບ) ໝາຍວ່າ: ໃຊ້ໄຟແຕ່ 0-1.000.000 KWh/ເດືອນ=662 ກີບ/KWh, 1.000.001-10.000.000KWh/ເດືອນ=630 ກີບ/KWh ແລະ ໃຊ້ໄຟຫລາຍກວ່າ 10.000.000KWh/ເດືອນ=600 ກີບກີບ/KWh.

ສະນັ້ນ ໂຄງສ້າງລາຄາແບບໃໝ່ ຈຶ່ງບໍ່ນໍາໃຊ້ການຄິດໄລ່ທີ່ເກື້ອກູນ ແຕ່ຄິດໄລ່ແບບ ລາຄາດຽວ ໝາຍວ່າພະລັງງານຕົກຢູ່ໃນຂັ້ນລາຄາໃດກໍ່ຄູນໃຫ້ລາຄານັ້ນເລີຍ, ເປັນການລິເລີ່ມເພຶ່ອ ລຶບລ້າງການເກື້ອກູນເທື່ອລະກ້າວ, ພ້ອມທັງເປັນການສົ່ງເສີມຊຸກຍູ້ໃຫ້ປະຊາຊົນພະນັກງານຫັນມາ ເຮັດການຜະລິດແບບຄອບຄົວຫລາຍຂຶ້ນ, ວິທີນີ້ຈະສະດວກ ແລະ ຊັດເຈນ ໃຫ້ແກ່ການປັບປຸງລາຄາ ໃນອານາຄົດ ໃຫ້ຂຶ້ນລົງຄືກັບການກໍານົດການຂຶ້ນລົງຂອງລາຄານໍ້າມັນເຊື້ອໄຟ ແລະ ສອດຄ່ອງກັບ ສະພາບເສດຖະກິດຕະຫລາດ ຫລື ຕາມການຜະລິດແບບລະດູແລ້ງ ແລະ ລະດູຝົນຂອງບັນດາເຂື່ອນໄຟຟ້າ.

 

ແຫຼ່ງຂ່າວ: ຂ່າວສານປະເທດລາວ

Comments