ເມືອງວັງວຽງ ຖືເອົາວິກິດໂຄວິດ-19 ເປັນໂອກາດປັບປຸງສະຖານທີ່ທ່ອງທ່ຽວໃຫ້ດີຂຶ້ນກ່ວາເກົ່າ

ເມືອງ ວັງວຽງ, ແຂວງ ວຽງຈັນ ຖືເອົາວິກິດຈາກການລະບາດຂອງພະຍາດໂຄວິດ-19 ໃຫ້ເປັນໂອກາດເພື່ອປັບປຸງບັນດາສະຖານທີ່ທ່ອງທ່ຽວ ແລະ ຫົວໜ່ວຍທຸລະກິດບໍລິການທ່ອງທ່ຽວ ເປັນຕົ້ນ: ບັນດາໂຮມແຮມ, ເຮືອນພັກ, ຮ້ານອາຫານ ແລະ ອື່ນໆ ຢູ່ພາຍໃນເມືອງຂອງຕົນໃຫ້ມີໃບໜ້າໃຫມ່ ເພື່ອກຽມຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ຈະເຂົ້າໄປທ່ອງທ່ຽວຫຼັງຈາກພະຍາດໂຄວິດ-19 ເຊົາລະບາດຢູ່ລາວ ກໍຄື ໃນຫຼາຍປະເທດທົ່ວໂລກ.

ທ່ານ ບຸນມີ ພົມມະວົງ, ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ ວັງວຽງ ໃຫ້ຮູ້ວ່າ: ຈາກການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ສະຖານທີ່ທ່ອງທ່ຽວ ແລະ ບັນດາຫົວໜ່ວຍທຸລະກິດທີ່ບໍລິການທ່ອງທ່ຽວ ຕ້ອງໄດ້ຢຸດກິດຈະການຊົ່ວຄາວ ເພື່ອປ້ອງກັນພະຍາດດັ່ງກ່າວຕາມມາດຕະການທີ່ລັດຖະບານ ກໍຄື ອົງການປົກຄອງແຂວງ ວຽງຈັນ ວາງອອກ. ດັ່ງນັ້ນ ຫ້ອງ ການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ ໄດ້ແນະນຳຜູ້ປະກອບການໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ການບໍລິການທ່ອງທ່ຽວຂອງຕົນ ຖືໂອກາດທີ່ບໍ່ມີນັກທ່ອງທ່ຽວເຂົ້າໄປໃຊ້ບໍລິການນີ້ ປັບປຸງກິດຈະການຂອງຕົນຄືນໃໝ່ ເພື່ອເຮັດໃຫ້ການບໍລິການດີຂຶ້ນ ແລະ ໄດ້ມາດຕະຖານສາກົນ  ກຽມຕ້ອນຮັບນັກທ່ອງທ່ຽວເຂົ້າໄປໃຊ້ບໍລິການພາຍຫຼັງພະຍາດໂຄວິດ-19 ເຊົາລະບາດ. ນອກຈາກນີ້,​ ເມືອງວັງວຽງ ຍັງໄດ້ພັດທະນາ ເສັ້ນທາງລຽບນໍ້າຊອງ ເບື້ອງຕາເວັນຕົກ ຂອງສາຍນໍ້າຊອງ  ບໍ່ຈໍາເປັນຕ້ອງເສຍເງິນ ຈ່າຍຄ່າຂ້າມຂົວ

ປັດຈຸບັນ ເມືອງ ວັງວຽງ ມີໂຮງແຮມ, ຣີສອດ ແລະ ເຮືອນພັກທັງໝົດມີ 300 ກ່ວາແຫ່ງ, ສ່ວນສະຖານທີ່ທ່ອງທ່ຽວພາຍໃນເມືອງທີ່ເປີດບໍລິການແລ້ວມີ 30 ກ່ວາແຫ່ງ, ໃນນີ້ ສ່ວນຫຼາຍແມ່ນສະຖານທີ່ທ່ອງທ່ຽວທາງທໍາມະຊາດ. ສະເພາະປີ 2020 ທາງເມືອງໄດ້ວາງຄາດໝາຍດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ໄດ້ 400.000 ກ່ວາຄົນ. ຢ່າງໃດກໍຕາມ  ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ ວັງວຽງ ຢັ້ງຢືນວ່າ ຍ້ອນການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ນັກທ່ອງທ່ຽວຕ່າງປະເທດຍົກເລີກການຈອງບັນດາໂຮງແຮມ, ຣີສອດ ແລະ ເຮືອນພັກ ເປັນຈໍານວນຫລາຍ ເຊີ່ງຈະສົ່ງຜົນກະທົບໂດຍກົງເຮັດໃຫ້ຈໍານວນນັກທ່ອງທ່ຽວເຂົ້າໄປທ່ອງທ່ຽວພາຍໃນເມືອງ ວັງວຽງ ປີນີ້ ອາດຈະບໍ່ບັນລຸຕາມຄາດໝາຍທີ່ວາງໄວ້.

ໂດຍ: ມົດແດງນ້ອຍ

ທີ່ມາ:  Lao National Radio

Comments