ນາຍົກລັດຖະມົນຕີ ສສ ຫວຽດນາມ ວາງພວງມາລາໄວ້ອາໄລ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ

​ໃນຕອນບ່າຍວັນທີ​ 13​ ພຶດສະພາ​ 2020 ທີ່ສະໂມສອນໃຫຍ່ກະຊວງປ້ອງກັນປະເທດ ນະ​ຄອນຫຼວງວຽງຈັນ,​ ສະຫາຍ ຫງວຽນ ຊວນຝຸກ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ໄດ້ຕາງໜ້າພັກ-ລັດຖະບານ ແລະ ປະຊາຊົນຫວຽດນາມ ເດີນທາງມາວາງພວງມາລາໄວ້ອາໄລແດ່ດວງວິນຍານຂອງສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດນາຍົກລັດຖະມົນຕີ, ອະດີດຮອງປະທານປະເທດ, ອະດີດປະທານສູນກາງແນວລາວສ້າງຊາດ.

ເພື່ອສະແດງເຖິງຄວາມຮູ້ບຸນຄຸນ ແລະ ອາໄລອາວອນຢ່າງສຸດຊຶ້ງຕໍ່ການຈາກໄປຂອງສະຫາຍພົນເອກ ສີສະຫວາດ ແກ້ວບຸນພັນ ຢ່າງບໍ່ມີມື້ຫວນກັບຄືນມາ.
ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ແມ່ນນັກຮົບປະຕິວັດທີ່ອົງອາດກ້າຫານທີ່ໄດ້ຮ່ວມສໍາພັນສູ້ຮົບຄຽງບ່າຄຽງໄຫລ່ ກັບທະຫານນັກຮົບປະຕິວັດຫວຽດນາມ ເພື່ອຕໍ່ສູ້ກູ້ຊາດຕ້ານກັບພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່, ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ບໍ່ພຽງແຕ່ເປັນຜູ້ທີ່ເຄົາລົບຮັກຂອງກໍາລັງປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າເທົ່ານັ້ນ, ແຕ່ຍັງແມ່ນຜູ້ທີ່ເຄົາລົບນັບຖືຈາກພັກ-ລັດຖະບານ, ກໍາລັງປະກອບອາວຸດ ແລະ ປະຊາຊົນ ສສ. ຫວຽດນາມ ນໍາດ້ວຍ.

ນາຍົກລັດຖະມົນຕີ ສສ.ຫວຽດນາມ ວາງພວງມາລາໄວ້ອາໄລສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ

ນາຍົກລັດຖະມົນຕີ ສສ.ຫວຽດນາມ ວາງພວງມາລາໄວ້ອາໄລສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ

Posted by ປະເທດລາວ Pathedlao on Wednesday, May 13, 2020

Comments