ແຮງງານລາວກັບມາຈາກປະເທດໃກ້ຄຽງທັງໝົດ 2.400 ກວ່າຄົນ ສ່ວນຫຼາຍແມ່ນໄປດ້ວຍຕົນເອງ

ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ນີ້, ຢູ່ນະຄອນຫຼວງວຽງຈັນມີແຮງງານລາວທີ່ກັບຈາກປະເທດໃກ້ຄຽງທັງໝົດ 2.400 ກວ່າຄົນ, ໃນນັ້ນສ່ວນຫຼາຍແມ່ນໄປອອກແຮງງານຢູ່ຕ່າງປະເທດດ້ວຍຕົນເອງ ໂດຍບໍ່ຜ່ານຈຸດບໍລິການຈັດຫາງານຂອງພະແນກ ແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫລວງວຽງຈັນ ແລະ ບໍລິສັດຈັດຫາງານອື່ນໆ.


ທ່ານນາງ ລຳພອຍ ສີອັກຄະຈັນ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ນະຄອນຫລວງວຽງຈັນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 12 ພຶດສະ ພາ 2020 ນີ້ວ່າ: ຈຳນວນແຮງງານດັ່ງກ່າວ ທີ່ກັບມານັ້ນ ຄະນະຮັບຜິດຊອບໄດ້ນຳໄປເຂົ້າສູນກັກກັນ 14 ວັນ, ພ້ອມທັງມີການສຳສາອົບຮົມແນວຄິດແກ່ບັນດາແຮງງານ ໃຫ້ຮັບຮູ້, ເຂົ້າໃຈກ່ຽວກັບການອອກແຮງງານຢູ່ພາຍໃນປະເທດເຮົາ, ຖ້າໃຜດຸໝັ່ນອອກແຮງງານກໍໄດ້ຮັບຄ່າແຮງງານສູງເຊັ່ນກັນ, ໃຫ້ຮັບຮູ້ເຖິງຄວາມຕ້ອງການດ້ານແຮງງານຢູ່ປະເທດເຮົາ ເຊິ່ງມີຫລາຍຫົວໜ່ວຍແຮງງານທີ່ມີຄວາມຕ້ອງການແຮງງານ, ຫລາຍຫົວໜ່ວຍກໍມີຄວາມສາມາດໃນການສ້າງກຳລັງແຮງງານ, ສ້າງອາຊີບໃຫ້ ດ້ວຍການຈັດຝຶກອົບຮົມໃນສາຂາອາຊີບໃດໜຶ່ງທີ່ບັນດາຫົວໜ່ວຍແຮງງານ ເຂົາເຈົ້າມີຄວາມຕ້ອງການ, ມີສະຖານທີ່ພັກເຊົາ, ມີສະຫວັດດີການສັງຄົມໃຫ້ແກ່ແຮງງານ ແລະ ປະຕິບັດນະໂຍບາຍໃຫ້ຕາມກົດໝາຍແຮງງານ ແລະ ກົດໝາຍການປະກັນສັງຄົມ.
ພ້ອມນີ້, ຍັງໄດ້ແນະນຳໃຫ້ເຂົາເຈົ້າ ຖ້າຕ້ອງການຢາກສືບຕໍ່ໄປອອກແຮງງານຢູ່ຕ່າງປະເທດ ແມ່ນໃຫ້ເຂົ້າສູ່ລະບົບແຮງງານຂອງພວກເຮົາ ໂດຍສະເພາະແມ່ນສະເໜີຜ່ານຈຸດບໍລິການຈັດຫາງານ ຂອງພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫລວງວຽງຈັນ ຫລື ສະເໜີຜ່ານບໍລິສັດຈັດຫາງານ, ເຊິ່ງບໍລິສັດຈັດຫາງານແມ່ນຈະຊ່ວຍໃນການຝຶກອົບຮົມວິຊາຊີບ ແລະ ຈັດສົ່ງແຮງງານ ໂດຍມີສັນຍາແຮງງານ ເພື່ອສະດວກໃນການເຄື່ອນໄຫວຢູ່ປະເທດໃກ້ຄຽງຢ່າງຖືກຕ້ອງ,ຫລີກລຽງຈາກການຖືກເອົາລັດເອົາປຽບ, ຕົວະຍົວະຫລອກລວງ, ຖ້າມີບັນຫາໃດໆ ລັດຖະບານເຮົາກໍຈະສາມາດຊ່ວຍເຫລືອແຮງງານນັ້ນໄດ້ຢ່າງທັນການ, ລວມເຖິງການປະຕິບັດນະໂຍບາຍຕ່າງໆນຳອີກ.
ທ່ານ ລຳພອຍ ສີອັກຄະຈັນ ຍັງໃຫ້ຮູ້ອີກວ່າ: ໃນໄລຍະຜ່ານມາພວກເຮົາແມ່ນບໍ່ສາມາດເກັບກຳໄດ້ວ່າແຮງງານລາວ ທີ່ເດີນທາງໄປເຮັດວຽກຢູ່ຕ່າງປະເທດດ້ວຍຕົນເອງ ໂດຍບໍ່ຜ່ານສູນຈັດຫາງານ ແລະ ບໍລິສັດຈັດຫາງານ ວ່າມີຈຳນວນໜ້ອຍຫລາຍປານໃດ ເມື່ອເກີດມີການລະບາດຂອງພະຍາດໂຄວິດ-19 ນີ້ຈຶ່ງຮູ້ວ່າມີແຮງງານລາວເປັນຈຳນວນຫລວງຫລາຍທີ່ໄປອອກແຮງງານດ້ວຍຕົນເອງ.
ເວບໃຊຈັດຫາງານ http://www.lmi.gov.la/COVID19/

(ຂ່າວສານຮສສ: ເພັດສະໄໝ)

Comments