CP All ລຸ້ນຮັບໃບອະນຸຍາດເປີດ 7-Eleven ໃນ ສປປ ລາວ ໄວໆນີ້….ຫຼັງຈາກໄດ້ຮັບປະນຸຍາດຈາກ ກຳປູເຈຍ

ທ່ານ ກຽງໄຊ ບຸນໂພອະພິຊາດ ປະທານເຈົ້າໜ້າທີ່ຝ່າຍການເງິນ ບໍລິສັດ ຊີພີ ອໍ ຈໍາກັດ ມະຫາຊົນ ຫຼື CP All ແຈ້ງຕະຫຼາດຫຼັກຊັບວ່າ CP All (Cambodia) ,Ltd. ເຊິ່ງເປັນບໍລິສັດຍ່ອຍ ໄດ້ເຮັດສັນຍາແຟຣນຊາຍຫຼັກສໍາລັບດຳເນີນການຮ້ານ 7-Eleven ໃນປະເທດກໍາປູເຈຍກັບ 7-Eleven,Inc. ເປັນທີ່ຮຽບຮ້ອຍແລ້ວ.

ໂດຍ CP All (Cambodia) Co.,Ltd. ໄດ້ຮັບສິດແຟຣນຊາຍໃນການຈັດຕັ້ງ ແລະ ດຳເນີນການຮ້ານ 7Eleven ໃນປະເທດກຳປູເຈຍເປັນເວລາ 30 ປີ ແລະ ຄູ່ສັນຍາອາດຕົກລົງຕໍ່ອາຍຸສັນຍາໄດ້ອີກ 2 ຄັ້ງ ຄັ້ງລະ 20 ປີ.

ນອກຈາກນີ້ CP All ຍັງຢູ່ລະຫວ່າງຂໍໃບອະນຸຍາດເປີດແຟຣນຊາຍຮ້ານ 7-Eleven ໃນ ສປປ.ລາວ ເພີ່ມອີກ 1 ປະເທດ ແລະ ຫາກ CP All ໄດຮັບອະນຸຍາດ ຈະເຮັດໃຫ້ ສປປ.ລາວ ກາຍເປັນປະເທດທີ 2 ທີ່ CP All ຂະຫຍາຍແຟຣນຊາຍຮ້ານ 7-Eleven ອອກຈາກໄທອີກດ້ວຍ.

ທ່ານ ທະວີທິບ ວົງແສງໄພບູນ ຜູ້ອຳນວຍການອາວຸໂສ ຝ່າຍວິເຄາະຫຼັກຊັບກະສິກອນໄທ ເປີດເຜີຍວ່າຈາກກໍລະນີ CP All ໄດ້ສັນຍາແຟຣນຊາຍຮ້ານ 7-eleven ໃນກຳປູເຈຍຖືວ່າເປັນປັດໃຈບວກຕໍ່ CP All ເນື່ອງຈາກຕະຫຼາດຄ້າປີກໃນປະເທດໄທເລີ່ມມີການຂະຫຍາຍຕົວຈໍາກັດ ຈຶ່ງເຮັດໃຫ້ CP All ຕ້ອງຫາໂອກາດຂະຫຍາຍຕະຫຼາດແຟຣນຊາຍຮ້ານ 7-Eleven ໄປຍັງຕ່າງປະເທດເພື່ອສ້າງການເຕີບໂຕເພີ່ມຂຶ້ນ.

ທັງນີ້ ບໍລິສັດ ກະສິກອນ ມີມຸມມອງວ່າ ການເປີດແຟຣນຊາຍຮ້ານ 7-Eleven ໃນກຳປູເຈຍຂອງ CP All ຈະເປັນການດຳເນີນງານຢ່າງຄ່ອຍເປັນຄ່ອຍໄປ ແລະ ຄ່ອຍເບິ່ງກະແສຕອບຮັບຂອງລູກຄ້າ ຈາກນັ້ນຈຶ່ງຄ່ອຍໆຂະຫຍາຍໃຫ່ຍຂຶ້ນ.

ທີ່ມາ: The Standard

https://m.facebook.com/story.php?story_fbid=2429180054041539&id=1683658098593742

Comments