ປີ 2019 ລັດຖະບານ ເກັບຄ່າທຳນຽມທາງ ບໍ່ໄດ້ຮອດເຄິ່ງໜຶ່ງຂອງພາຫະນະທີ່ມີ

ກະຊວງການເງິນໄດ້ແຈ້ງໃຫ້ຮູ້ວ່າ: ປີ 2019 ການເກັບຄ່າທຳນຽມທາງ ຫຼື ເສຍຄ່າທາງສຳລັບພາຫະນະ (ລົດຈັກ, ລົດໃຫ່ຍຕ່າງໆ) ແມ່ນບໍ່ໄດ້ຕາມແຜນທີ່ວາງໄວ້ ແລະ ບໍ່ໄດ້ຮອດເຄີ່ງໜຶ່ງຂອງພາຫະນະທີ່ມີໃນທົ່ວປະເທດ ເຖິງແມ່ນວ່າຈະນໍາໃຊ້ລະບົບທີ່ ທັນສະໄໝໂດຍຜ່ານຫຼາຍຮູບແບບເຂົ້າມາ ຊ່ວຍແລ້ວກໍ່ຕາມ.

ທ່ານ ສົມດີ ດວງດີ ລັດຖະມົນຕີກະຊວງ ການເງິນໄດ້ກ່າວໃນບໍ່ດົນມານີ້ ຢູ່ກອງປະຊຸມເປີດກວ້າງລັດຖະບານຄັ້ງທີ II ວ່າ: ປີ 2019 ແມ່ນໄດ້ເລີ່ມການຈັດ ເກັບເງິນຄ່າທຳນຽມທາງພາຫະນະເຂົ້າງົບປະມານແຫ່ງລັດດ້ວຍລະບົບທີ່ທັນສະໄໝ, ໃນໄລຍະທຳອິດເຫັນວ່າດີຂື້ນ ແລະ ມີຄວາມໂປ່ງໃສ ບັນດາຫົວໜ່ວຍທຸລະກິດມີຄວາມຕື່ນຕົວ ໃຫ້ການຮ່ວມມື  ແຕ່ກົງກັນຂ້າມເຫັນວ່າຄວາມຕື່ນຕົວຂອງ ເຈົ້າຂອງພາຫະນະລົດເອກະຊົນ ຍັງບໍ່ຫຼາຍເທົ່າທີ່ຄວນເຊິ່ງມັນສະແດງອອກ ໃນການເສຍອາກອນ ຫຼື ຄ່າທຳນຽມທາງ ຍັງບໍ່ໄດ້ຮອດເຄີ່ງໜື່ງຂອງຈຳນວນລົດທີ່ມີ ເຖິງແມ່ນວ່າທາງເຈົ້າໜ້າທີ່ຈະມີມາດຕະ ການຕ່າງໆເຊັ່ນ : ເມື່ອເຫັນລົດຄັນໃດບໍ່ເສຍຄ່າທາງແມ່ນ ໃຫ້ປັບໃໝກັບທີ່ເລີຍ ແຕ່ກໍ່ຍັງມີຜູ້ຊົມໃຊ້ລົດບາງຈຳນວນຍັງມີ ການຫຼົບໜີໄດ້ຢູ່ ແລະ ຍ້ອນວ່າບາງຂົງເຂດ ໜ່ວຍບໍລິການທະນາຄານໄປບໍລິການຍັງບໍ່ ທົ່ວເຖິງ ໂດຍສະເພາະຢູ່ເຂດຫ່າງໄກສອກ ຫຼີກ.

ຂ່າວ : ສົມພາວັນ

ພາບ: ແກ້ວ​ບຸນ​ທະ​ວີ

ທີ່ມາ: ໜັງສືພິມວຽງຈັນທາຍ

Comments