ພິທີມອບ-ຮັບ ສະຖາບັນໂພຊະນາການແຫ່ງຊາດ ແລະ ໂຄງການລິເລີ່ມດ້ານໂພຊະນາການ ລາວ-ອາເມລິກາ

ສະຫະລັດອາເມລິກາ ແລະ ກະຊວງສາທາລະນະສຸກຂອງ ສປປ ລາວ ໄດ້ຮ່ວມມືກັນຢ່າງໃກ້ຊິດໃນການເປີດສະຖາບັນໂພຊະນາການແຫ່ງຊາດ ແລະ ໂຄງການລິເລີ່ມດ້ານໂພຊະນາການ ລາວ-ອາເມລິກາ ໃນວັນທີ 14 ພະຈິກ 2019 ທີ່ນະຄອນຫຼວງວຽງຈັນ ເພື່ອຊ່ວຍປັບປຸງວຽກງານໂພຊະນາການຂອງປະຊາຊົນລາວໂດຍສະເພາະເດັກນ້ອຍ. ສະຖາບັນໃຫມ່ແຫ່ງນີ້ ປະກອບ ມີຫ້ອງກວດພະຍາດ ແລະ ຫ້ອງຮຽນ ເຊິ່ງໄດ້ຖືກສ້າງຂື້ນໂດຍຄວາມພະຍາຍາມຂອງ ກອງວິສະວະກອນ ກອງທັບສະຫະລັດ (USACE) ລວມມີມູນຄ່າ 3.9 ລ້ານໂດລາສະຫະລັດ.

ໃນພິທີເປີດທີ່ນະຄອນຫຼວງວຽງຈັນໃຫ້ກຽດເຂົ້າຮ່ວມໂດຍ ມີ ທ່ານ ຮສ. ດຣ. ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ດຣ. ເນົາ ບຸດຕາ, ຫົວໜ້າຫ້ອງວ່າການ ກະຊວງສາທາລະນະສຸກ, ທ່ານ ໂຄລິນ ຄຣອສບີ, ອຸປະທູດ ສະຫະລັດ ອາເມລິກາ ປະຈຳລາວ, ແລະ ທ່ານ ພົົນ ຈັດຕະວາ ໂທມາສ ເຈ ທິກເນີ, ຜູ້ບັນຊາການ ແລະ ວິສະວະກອນຂັ້ນກອງພົນ ສຳລັບພະແນກມະຫາສະໝຸດປາຊິຟິກ ຂອງກອງວິສະວະກອນກອງທັບສະຫະລັດ (USACE) ເຂົ້າຮ່ວມພິທີຕັດແຖບຜ້າ ເພື່ອເປີດສະຖາບັນໂພຊະນາການແຫ່ງຊາດ ແລະ ໂຄງການລິເລີ່ມດ້ານໂພຊະນາການ ລາວ-ອາເມລິກາດັ່ງກ່າວຢ່າງເປັນທາງການ.

ທ່ານ ອຸປະທູດ ສະຫະລັດອາເມລິການປະຈຳລາວ ກ່າວໃນຕອນໜຶ່ງວ່າ “ສະຖາບັນນີ້ ແມ່ນໄດ້ມອບໃຫ້ໃນນາມຂອງປະຊາຊົນອາເມລິກາ ມອບໃຫ້ແກ່ປະຊາຊົນ ແລະ ລັດຖະບານ ສປປ ລາວ,”.  “ໂຄງການຕ່າງໆນີ້ ຈະຊ່ວຍເພີ່ມທະວີສາຍພົວພັນລະຫວ່າງສະຫະລັດອາເມລິກາ ແລະ ສປປ ລາວ ໃຫ້ແໜ້ນແຟ້ນຍິ່ງຂື້ນ, ແລະ ຈະຊ່ວຍປັບປຸງຄຸນະພາບຊີວິດຂອງປະຊາຊົນລາວ ໃນທົ່ວປະເທດ ໃຫ້ດີຂື້ນ.”

ການເປີດງານໃນຄັ້ງນີ້ສະແດງໃຫ້ເຫັນເຖິງຄວາມສຳເລັດຂອງໄລຍະທຳອິດຂອງໂຄງການ ໂດຍມີ ສອງໄລຍະທີ່ໄດ້ຮັບທຶນຈາກ USACE.  ສະຖາບັນແຫ່ງນີ້ປະກອບດ້ວຍໂຄງການລິເລີ່ມດ້ານໂພຊະນາການ LANI ເຊິ່ງເປັນໂຄງການຫ້າປີທີ່ໄດ້ຮັບທຶນສະໜັບສະໜູນຈາກ ອົງການພັດທະນາສາກົນ ສະຫະລັດອາເມລິກາ USAID ເຊິ່ງຈະປະກອບສ່ວນຊ່ວຍໃນການພັດທະນາຄວາມເປັນຜູ້ນຳທາງດ້ານວິຊາການ ແລະ ການຄົ້ນຄວ້າ ໂດຍການເຮັດວຽກຮ່ວມກັນ ແລະ ມີສ່ວນຮ່ວມກັບບັນດາມະຫາວິທະຍາໄລແຖວໜ້າ.

ໃນການມາຢ້ຽມຢາມ ສປປ ລາວ ຄັ້ງນີ້, ທ່ານ ພົນຈັດຕະວາ ທິກເນີ ຍັງໄດ້ພົບປະກັບກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ແລະ ຄະນະກຳມາທິການແມ່ນ້ຳຂອງ. ກອງວິສະວະກອນ ກອງທັບສະຫະລັດ (USACE) ໄດ້ປະຕິບັດງານຮ່ວມກັບລັດຖະບານ ສປປ ລາວ ໃນການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອມະນຸດສະທຳ ແລະ ແລກປ່ຽນຜູ້ຊ່ຽວຊານດ້ານການຄຸ້ມຄອງນ້ຳ. ນັບແຕ່ປີ 2006 ເປັນຕົ້ນມາ, ກະຊວງປ້ອງກັນປະເທດຂອງສະຫະລັດອາເມລິກາ, ໂດຍການຮ່ວມມືກັບ USACE, ໄດ້ຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອດ້ານມະນຸດສະທຳ ສຳເລັດໄປແລ້ວເກືອບ 50 ໂຄງການ ເຊິ່ງມີມູນຄ່າຫລາຍກວ່າ 25 ລ້ານໂດລາສະຫະລັດ ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ສປປ ລາວ ໃຫ້ດີຂື້ນ. ການປະກອບສ່ວນທັງໝົດຂອງອົງການ  USAID ໃນໄລຍະ 3 ປີ ທີ່ຜ່ານມາ ແມ່ນມີມູນຫຼາຍກວ່າ 11.5 ລ້ານ ໂດລາ ສະຫະລັດ.

Comments