ປ່ຽນສິນຄ້າທຳມະດາ ໃຫ້ມີລາຄາເພີ່ມຂຶ້ນ ດ້ວຍ 2 ສິ່ງນີ້….

ຖ້າສິນຄ້າຂອງທ່ານເປັນສິນຄ້າທີ່ທຳມະດາ ທີ່ຊອກຫາຊື້ຢູ່ຕາມຕະຫຼາດໄດ້ທົ່ວໄປ ທີ່ໃຜໆກໍຂາຍ ທ່ານຈະເອົາຫຍັງເປັນຈຸດຂາຍ ເພື່ອເຮັດໃຫ້ລູກຄ້າເລືອກຈະຊື້ສິນຄ້າຂອງທ່ານຫຼາຍກວ່າຂອງຄູ່ແຂ່ງ.

ຄັກໄປອີກ.. ໂປຣໂມຊັ້ນ ຫອມເຢັນຊື່ນໃຈ ❄️?? “ພຽງແຕ່ຊື້ເຂົ້າຈີ່ເມນູໃດກໍ່ໄດ້ ຜ່ານແອັບ GOTEDDY ແຖມຟຣີເຄື່ອງດື່ມເຢັນໆ” ? ເລີ່ມ 16-31 ຕຸລາ 2019 ຮັບຟຣີ ຊາດອກກຸຫຼາບ

ຖ້າມື້ນີ້ ສິນຄ້າຂອງທ່ານບໍ່ໄດ້ມີນະວັດຕະກຳທີ່ສຸດລໍ້າເໜືອຄູ່ແຂ່ງ ສິ່ງທີ່ຈະເຮັດໃຫ້ທ່ານແຕກຕ່າງໄດ້ງ່າຍທີ່ສຸດ ຄືຮູບລັກສະນະພາຍນອກທີ່ລູກຄ້າເຫັນໄດ້ຈາກການຫຸ້ມຫໍ້ ແລະ ໂລໂກ້ ເຊິ່ງຖ້າສາມາດອອກແບບມາໄດ້ດີ ແລະ ສະດຸດຕາ ທ່ານຈະສາມາດປ່ຽນຈາກສິນຄ້າທຳມະດາໃຫ້ມີມູນຄ່າເພີ່ມຂຶ້ນໄດ້ ແລະ ແນ່ນອນວ່າຕ້ອງໄປສະດຸດຕາລູກຄ້າໄດ້ດີ.

 

ມີຄວາມຄິດສັງສັນການອອກແບບຜ່ານກ່ອງຫຸ້ມຫໍ້ ຫຼື ໂລໂກ້

ການປັບປ່ຽນສິນຄ້ານັ້ນ ກ່ອນອື່ນທ່ານຕ້ອງທຳຄວາມຮູ້ຈັກກັບອົງປະກອບສຳຄັນທີ່ຈະຊ່ວຍໃຫ້ສິນຄ້າຂອງທ່ານໂດດເດັ່ນ ເຊິ່ງມີ 2 ອົງປະກອບໄດ້ແກ່: ການຫຸ້ມຫໍ່ ແລະ ໂລໂກ້ ໂດຍທັງ 2 ສິ່ງນີ້ຈະເຮັດໜ້າທີ່ເປັນຕົວສື່ອອກໄປຍັງຜູ້ບໍລິໂພກວ່າສິນຄ້າຂອງທ່ານນັ້ນເໝາະກັບກຸ່ມເປົ້າໝາຍໃດ ອາຍຸ ເພດ ຈົນໄປເຖິງໄລ໌ສະໄຕ໌ຂອງການໃຊ້ຊີວິດຂອງລູກຄ້າ.​

ໃນແງ່ຂອງການອອກແບບສິ່ງຫຸ້ມຫໍ່ນັ້ນ,

  1. ຜູ້ປະກອບການຈະຕ້ອງຮູ້ຈັກກຸ່ມເປົ້າໝາຍຂອງແບຣນກ່ອນວ່າແມ່ນໃຜ? ມັກໃນເລື່ອງໃດ? ອາຍຸຈັກປີ, ມີການໃຊ້ຊີວິດແບບໃດ? ເພື່ອນຳມາເປັນຖານຂໍ້ມູນໃນການອອກແບບ
  2. ສິ່ງຫຸ້ມຫໍ່ດັ່ງກ່າວຕ້ອງສາມາດສົ່ງເສີມພາບລັກສະນະຂອງແບຣນ, ບອກຈຸດຂາຍ ແລະ ຈຸດເດັ່ນຂອງສິນຄ້າໄດ້ຢ່າງຊັດເຈນ, ຈົນເຮັດໃຫ້ລູກຄ້າຮູ້ສຶກຢາກຈັບຢາກຊື້ ເມື່ອວາງທຽບກັບສິນຄ້າຂອງຄູ່ແຂ່ງ
  3. ການຫຸ້ມຫໍ່ຕ້ອງສາມາດເບິ່ງແຍງສິນຄ້າທາງໃນໄດ້ຢ່າງເໝາະສົມ
  4. ລາຄາເໝາະສົມກັບສິນຄ້າ ສິ່ງຫຸ້ມຫໍ່ຕ້ອງບໍ່ຖືກ ຫຼື ແພງຈົນເກີນໄປ
  5. ຕ້ອງມີຄວາມເປັນສາກົນ,​ສາມາດເຮັດການຕະຫຼາດໄດ້ທັງໃນ ແລະ ຕ່າງປະເທດ.

ສ່ວນການອອກແບບໂລໂກ້ກໍເຊັ່ນດຽວກັນ ໂລໂກ້ທີ່ດີຈະຕ້ອງສາມາດບົ່ງບອກເຖິງຕົວຕົນຂອງແບຣນ ແລະ ຕໍາແໜ່ງຂອງສິນຄ້າໄດ້ຊັດເຈນ ມີຄວາມເປັນສາກົນ ໃຊ້ໄດ້ທັງໃນ ແລະ ຕ່າງປະເທດ ມີຄວາມເປັນຄຣາດຊິກ, ສວຍງາມ ບໍ່ອີງຕາມກັບກະແສ ແລະ ສິ່ງສຳຄັນຄື ສາມາດໃຊ້ງານໄດ້ທຸກສ່ອງທາງ ບໍ່ວ່າຈະໃນສື່ສິ່ງພິມ ຫຼື ສື່ໂຊຊຽວມີເດຍ.

ແຕ່ຜ່ານມາຜູ້ປະກອບການ SME ຫຼາຍຄົນຍັງເມີນເສີຍບໍ່ໄດ້ໃຫ້ຄວາມສຳຄັນກັບເລື່ອງນີ້ ຫຼື ບາງຄົນອາດຈະຂາດຄວາມຄິດສັງສັນໃນການອອກແບບສິ່ງຫຸ້ມຫໍ່ ແລະ ໂລໂກ້ ເພື່ອດຶງດູດໃຈລູກຄ້າ ເຮັດໃຫ້ບໍ່ສາມາດເພີ່ມລາຄາໃຫ້ກັບສິນຄ້າ ແລະ ຂີດຄວາມສາມາດໃນການແຂ່ງຂັນກັບຄູ່ແຂ່ງໄດ້.

 

Comments