ເປີດຕົວ!!! ຫ້ອງອາຫານ Red Rose Jazz Lounge ຄວາມບັນເທີງແຫ່ງໃໝ່ທີ່ La Seine Hotel…

ໃນວັນທີ 21 ສິງຫາ 2019 ນີ້ ທາງ La Seine Hotel ໄດ້ຈັດງານເປີດຕົວ ແຈສຄຣັບແຫ່ງທຳອິດຂອງວຽງຈັນ ນັ້ນກໍຄືຫ້ອງອາຫານ Red Rose Jazz Lounge ເຊິ່ງເອີ້ນໄດ້ວ່າເປັນຄວາມມະຫັດສະຈັນ ແຫ່ງສຽງດົນຕຣີ ແລະ ສຽງເພັງ ໃນນະຄອນຫຼວງວຽງຈັນ ທີ່ສາມາດເຊື່ອມໂຍງຄວາມສຸກ ແລະ ມ່ວນຊື່ນກັບຄວາມຫຼາກຫຼາຍຂອງບົດເພງ ທີ່ມາພ້ອມກັບ Style ທີ່ແຕກຕ່າງຂອງທ່ວງທຳນອງແຫ່ງສຽງດົນຕຣີ.

ທ່ານຈະໄດ້ພົບກັບວົງດົນຕຣີ Trio Jazz Band  ທີ່ຫ້ອງອາຫານ Red Rose Jazz Lounge ທຸກໆວັນພຸດ ເຖິງວັນອາທິດ ຕັ້ງແຕ່ 19:00 – 22:00 ຍາວຕະຫຼອດຄໍ່າຄືນ ໃນບັນຍາກາດສວຍງາມແຄມແມ່ນໍ້າຂອງ. ເມນູອາຫານສຸດພິເສດທີ່ຜ່ານການເລືອກ ແລະ ຄັດສັນວັດຖຸດິບຊັ້ນເລີດໂດຍການຄັດສັນເນື້ອລະດັບພຣີມ່ຽມ (Premium) ທີ່ນຳເຂົ້າຈາກຕ່າງປະເທດ  ແລະ ຊີສ ທີ່ນຳເຂົ້າຈາກທົ່ວໂລກ; ລວມເຖິງ ວາຍ (Wine) ຊັ້ນນຳທີ່ມີຊື່ສຽງຈາກທົ່ວທຸກມຸມໂລກ. La Seine ທີ່ນຳເຂົ້າໂດຍ Baravin ຕົວແທນຈຳຫນ່າຍ Wine ທີ່ມີຊື່ສຽງໃນທ້ອງຖິ່ນ ລວມເຖີງຄັອກເທວ (Cocktail) ທີ່ປຸງແຕ່ງຂຶ້ນຢ່າງພິຖີພິຖັນ ໂດຍບາເທັນເດີ (Bartender) ທີ່ສ້າງສັນເມນູຄັອກເທວຂຶ້ນມາໃໝ່ສະເໝີ ເອົາໃຈຜູ້ທີ່ມັກຮັກໃນວັດທະນາທຳທ້ອງຖິ່ນທີ່ແຕກຕ່າງກັນ. ເມນູພິເສດທີ່ຢາກຈະແນະນໍາຄື “ຄັອກເທວ ຕົ້ມຍຳ” ທີ່ມີສ່ວນຜະສົມຂອງ ໝາກເຜັດ ແລະ ເຫຼົ້າຣໍາມາລິບູ ທີ່ໄດ້ລົດຊາດ ຄັອກເທວຕົ້ມຍຳ ທີ່ມີເອກະລັກສະເພາະຕົວ ແລະ ອີກໜຶ່ງເມນູຄື “ໄຮໂຊ ແພສເຊີນ” ທີ່ມີລົດຊາດສົ້ມ ນໍາມາປະສົມປະສານກັບກັບ ເຫຼົ້າ Takila ເຮັດໃຫ້ມີລົດຊາດກົມກ່ອມຍິ່ງຂຶ້ນ.

ໃນແຕ່ລະມື້ ຫ້ອງອາຫານ Res Rose ຈະເສີບອາຫານທີ່ສົດຍົກຈາກຟາມທີ່ສົ່ງຕົງເທິງໂຕະອາຫານຂອງທຸກທ່ານ ຕາມແບບອາຫານຕົ້ນຕຳລັບພື້ນບ້ານແບບລາວໆ ເຊັ່ນ: ຊຸດອາຫານ ລາວແຊບ ( Lao Saap ) ທີ່ມີໃສ້ອົ່ວ ແລະ ຕຳຫມາກຮຸ່ງທີ່ເປັນເອກະລັກ ຈາກພໍ່ຄົວທີ່ມີສີມື.

ທ່ານ ນາງ ດາຣິສາ ຕັນສິຣິ ຜູ້ອຳນວຍການໃຫຍ່ຂອງ Res Rose ໄດ້ກ່າວເຖີງການລົງທຶນໃນຄັ້ງນີ້ວ່າ ການເປີດຕົວ ຫ້ອງອາຫານ Red Rose Jazz lounge ນີ້ ທາງໂຮງແຮມ La Seine ຈະນຳເອົາ ປະສົບການໃໝ່ສຳລັບອາຫານມື້ພິເສດ ທີ່ມາພ້ອມກັບສຽງເພງທີ່ມ່ວນຊື່ນ ດ້ວຍທຳນອງດົນຕຣີທີ່ມີກິ່ນອາຍຄວາມຫຼູຫຼາ ມາສູ່ນະຄອນຫຼວງວຽງຈັນ ໂຮງແຮມ ແລະ ຫ້ອງອາຫານຂອງພວກເຮົາມີຄວາມຍິນດີຕ້ອນຮັບເປັນຢ່າງຍິ່ງສຳຫລັບແຂກທ້ອງຖີ່ນ ແລະ ແຂກຕ່າງຊາດ ທີ່ຈະເຮັດໃຫ້ນະຄອນຫລວງວຽກຈັນກັບມານິຍົມອີກຄັ້ງ. Red Rose Jazz lounge ມຸ່ງໝັ້ນທີ່ຈະມອບປະສົບການ ໃນການໃຊ້ຊີວິດທີ່ດີທີ່ສຸດ ເຊິ່ງພວກເຮົາຫວັງວ່າ ວຽງຈັນຈະເປັນຈຸດໝາຍປາຍທາງຂອງນັກທ່ອງທ່ຽວຂອງທຸກທ່ານ ໄດ້ໃຊ້ຊີວິດຢ່າງມີຄວາມສຸກ ແລະ ອົບອຸ່ນໃຈ.

ສອບຖາມລາຍລະອຽດເພິ່ມຕື່ມ: ຕິດຕໍ່ Ms. Sherry Jan at [email protected] ;

[email protected]

021 253800

www.laseinehotels.com

 

Comments