ເຈົ້າແຂວງຫຼວງພະບາງ ລົງຢ້ຽມຢາມປະຊາຊົນ 8 ບ້ານຖືກໄພພິບັດ ຢູ່ເມືອງນານ

ວັນທີ 1 ສິງຫາ 2019 ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ພ້ອມຄະນະໄດ້ລົງຢ້ຽມຢາມປະຊາຊົນ 8 ບ້ານ ທີ່ຖືກຜົນກະທົບ ຈາກໄພພິບັດນໍ້າຖ້ວມ ຢູ່ເມືອງນານ, ພ້ອມກັບມອບເຂົ້າສານ, ອາຫານແຫ້ງ ແລະ ເງິນ ຈຳນວນ 50,290,000 ກີບ


ໂອກາດນີ້, ທ່ານ ບຸນທີ ມະນີວົງ ຮອງເຈົ້າເມືອງໄດ້ລາຍງານ ສະພາບໄພພິບັດນໍ້າຖ້ວມວ່າ: ໃນວັນທີ 30 ກໍລະກົດ ໄດ້ມີຝົນຕົກໜັກຫຼາຍຊົ່ວໂມງຕິດຕໍ່ກັນ ເຮັດໃຫ້ນ້ຳນານຍຶ່ງຂຶ້ນ ແລະ ໄຫຼຖ້ວມເຮືອນ, ເນື້ອທີ່ການຜະລິດ ແລະ ສັດລ້ຽງ ຂອງປະຊາຊົນ 8 ບ້ານ ຄື: ບ້ານນາຝາຍ, ນາເລົາ, ປ່າໄຜ, ສີບຸນເຮືອງ, ສີມຸງຄຸນ, ໂພນຫີນ, ນາເຄີນ ແລະ ບ້ານທາດ, ມີຜູ້ຖືກຜົນກະທົບທັງໝົດ 338 ຄອບຄົວ ພົນລະເມືອງ 1.722 ຄົນ, ຍິງ 885 ຄົນ ໃນນັ້ນ, ກະທົບຫຼາຍກວ່າໝູ່ແມ່ນບ້ານສີບຸນເຮືອງ ມີ 157 ຄອບຄົວ ພົນລະເມືອງ 842 ຄົນ, ຍິງ 455 ຄົນ. ພາຍຫຼັງເກີດເຫດ ອົງການປົກຄອງເມືອງ ໄດ້ສົມທົບກັບຫຼາຍພາກສ່ວນ ເຂົ້າຊ່ວຍເຫຼືອປະຊາຊົນ ທີຖືກຜົນກະທົບ ອອກຈາກສະຖານທີ່ດັ່ງກ່າວໄດ້ຢ່າງປອດໄພ.

 

Comments