ນາຍົກລັດຖະມົນຕີລາວ ນໍາໃຊ້ລົດເມ ໃນການເດີນທາງລົງຊຸກຍູ້ການຜະລິດ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ນຳພາຄະນະເດີນທາງດ້ວຍລົດເມ ເຄື່ອນໄຫວພົບປະໂອ້ລົມປະຊາຊົນ ເມືອງຫາດຊາຍຟອງ ພ້ອມທັງລົງຊຸກຍູ້ຂະບວນການຜະລິດພືດຜັກປອດສານເຄມີ ຂອງກຸ່ມຜະລິດກະສິກຳສະອາດ ບ້ານຫາດກັນຊາ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.

ໃນຕອນບ່າຍ ວັນທີ 5 ສິງຫາ 2019,  ການເຄື່ອນໄຫວພົບປະໂອ້ລົມຈັດຂື້ນຢູ່ວັດປ່າເປົ້າ ບ້ານບໍ່ໂອ ໂດຍມີ ທ່ານ ວົງເດືອນ ບຸນຍະແສງ ເຈົ້າເມືອງ ເມືອງຫາດຊາຍຟອງ, ພ້ອມດ້ວຍປະຊົນ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນເຂົ້າຮ່ວມ.


ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ໃຫ້ທິດຊີ້ນໍາຕໍ່ອົງການປົກຄອງເມືອງ ກໍ່ ຄືປະຊາຊົນ ພາຍໃນເມືອງຫາດຊາຍຟອງ ເອົາໃຈໃສ່ຈັດຕັ້ງປະຕິບັດທຸກຂົງເຂດວຽກງານທີ່ຕົນເອງຮັບໃຫ້ສໍາເລັດຜົນ ໂດຍສະເພາະການຜະລິດກະສິກໍາເປັນສີນຄ້າ, ການປ້ອງກັນ ແລະ ສະກັດກັ້ນ ການລະບາດຂອງພະຍາດໄຂ້ຍຸງລາຍ, ພະຍາດອາຫິວາຫມູອາຟຣິກກາ ພ້ອມທັງກະກຽມຄວາມພ້ອມດ້ານຕ່າງໆໃຫ້ແກ່ກອງປະຊຸມໃຫຍ່ສາມຂັ້ນຂອງເມືອງ ໃຫ້ປະສົມຜົນສໍາເລັດ.

 

ໂອກາດດຽວກັນນີ້ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ໄປເບິ່ງການປູກຜັກເປັນສິນຄ້າ ຂອງກຸ່ມປູກຜັກສະອາດ ຂອງປະຊາຊົນ ບ້ານຫາດກັນຊາ ເມືອງຫາດຊາຍຟອງ ຕື່ມອີກ, 
 ໄດ້ຮັບຟັງການລາຍງານຫຍໍ້ ປະຫວັດຄວາມເປັນມາຂອງກຸ່ມປູກຜັກສະອາດ, ຮັບຟັງການສະເໜີ ຂໍໃຫ້ລັດຖະບານຊ່ວຍເຫລືອ ຊອກຫາຕະຫຼາດ, ການສ້ອມແປງທາງ, ການປັບປຸງ ຕາຂ່າຍໄຟຟ້າ ແລະອື່ນຯ, ຈາກນັ້ນທ່ານ ທອງລຸນ ສີສຸລິດ ໃຫ້ກຽດໂອລົມ ແລະແນະນຳໃຫ້ ປະຊາຊົນຫັນມາປູກຜັກປອດສານພິດໃຫ້ຫຼາຍຂຶ້ນເພາະຕະຫຼາດຍັງມີຄວາມຕ້ອງການຫຼາຍ.

 

ໂອກາດໄປຢ້ຽມຢາມເບິ່ງການປູກຜັກຂອງກຸມປູກພັກສະອາດ ບ້ານຫາດກັນຊາ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີພ້ອມດ້ວຍຄະນະ ຍັງໄດ້ມອບເງິນ ຈຳນວນ 50.000.000 ກີບ ເພື່ອສົມທົບ ທຶນໃຫ້ກຸ່ມປະຊາຊົນ ປູກຜັກສະອາດເປັນທືນປູກຜັກສະອາດໃຫ້ຫຼາຍຂຶ້ນກວ່າເກົ່າ.

ໂອກາດໄປຢ້ຽມຢາມເບິ່ງການປູກຜັກຂອງກຸມປູກພັກສະອາດ ບ້ານຫາດກັນຊາ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີພ້ອມດ້ວຍຄະນະ ທ່ານໄດ້ໃຊ້ລົດເມ ໃນການເດີນທາງຄັ້ງນີ້ ເຊິ່ງສາມາດໂດຍສານໄດ້ທັງຄະນະໃນຄັນດຽວກັນອີກດ້ວຍ, ທັງເປັນການປະຫຍັດຄ່ານໍ້າມັນ ແລະ ຄ່າໃຊ້ຈ່າຍໃນການເດີນທາງ. 

Comments