ເຍົາວະຊົນລາວ ໄດ້ຮັບ 2 ລາງວັນ ການແຂ່ງຂັນຫຸ່ນຍົນນາໆຊາດ ທີ່ ສ ເກົາຫຼີ

ເຍົາວະຊົນລາວ ຈາກສູນຮຽນຮູ້ VF Learning Center ກວດ 2 ລາງວັນ ການແຂ່ງຂັນຫຸ່ນຍົນນາໆຊາດ (2019 International Youth Robot Competition Korea) ທີ່ຈັດຂຶ້ນໃນລະຫວ່າງວັນທີ 2-3 ສິງຫາ 2019 ທີ່ ເດຊອນ (Daejeon) ສ ເກົາຫຼີ.

ສໍາລັບການແຂ່ງຂັນຄັ້ງນີ້, ມີຜູ້ເຂົ້າຮ່ວມແຂ່ງຂັນຈຳນວນ 2,000 ກວ່າຄົນ ແລະ 30 ກວ່າປະເທດ, ໂດຍນ້ອງໆ ສາມາດຍາດໄດ້ 2 ລາງວັນຄື: ໄດ້ອັນດັບ 2 ປະເພດການແຂ່ງຂັນນໍາໃຊ້ຫຸ່ນຍົນ ຕີມວຍ HUMANOID BOXING COMPETITION ແລະ ໄດ້ອັນດັບ 3 ປະເພດ ຄວາມຄິດສ້າງສັນໃນການອອກແບບຮຸ່ນຍົນ CREATIVE DESIGNS SENIOR COMPETITION.

Comments