ສະຫວັນນະເຂດ ວາງສີລາເລີກໂຄງການກໍ່ສ້າງຕ້ານເຈື່ອນແຄມແມ່ນ້ຳຂອງ

ພິທີເປີດໂຄງການກໍ່ສ້າງ ຕ້ານເຈື່ອນແຄມແມ່ນ້ຳຂອງ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 1 ສິງຫາ 2019 ທີ່ສາລາແຄມຂອງ, ນະຄອນ ໄກສອນ ພົມວິຫານ ແຂວງສະ ຫວັນນະເຂດ,ໂດຍການ ເປັນ ກຽດເຂົ້າຮ່ວມໃນພິທີຂອງ ທ່ານ ທ່ອນແກ້ວ ພຸດທະໄກຍະ ລາດ ຮອງເຈົ້າແຂວງສະຫວັນ ນະເຂດ, ທ່ານ ຄຳທະວີ ໄທ ພະຈັນ ຫົວໜ້າກົມເຄຫາ-ຜັງ ເມືອງ ກະຊວງ ຍທຂ, ມີເຈົ້າ ນະຄອນ ໄກສອນ ພົມວິຫານ, ຫົວໜ້າພະແນກ ຍທຂ, ຫົວ ໜ້າໂຄງການ GMS, ປະທານ ບໍລິສັດລາວມີໄຊ ກໍ່ສ້າງຈຳກັດ, ພະແນກການກົມກອງອ້ອມ ຂ້າງແຂວງ, ແຂກຖືກເຊີນ ແລະພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມ.

ໃນພິທີ, ທ່ານ ພົມມາ ວົງ ພະຈິດ ຫົວໜ້າໂຄງການ ພັດທະນາຕົວເມືອງຕາມແລວເສດ ຖະກິດຕາເວັນອອກ-ຕາເວັນ ຕົກອະນຸພາກພື້ນແມ່ນ້ຳຂອງ (SMS) ໄດ້ຂຶ້ນກ່າວລາຍງານ ໂດຍຫຍໍ້ກ່ຽວກັບຄວາມເປັນ ມາຂອງໂຄງການ ເຊິ່ງໂຄງການ SMS ເປັນໂຄງການ ດ້ວຍເງິນກູ້ຍືມ ແລະ ຊ່ວຍເຫຼືອລ້າຈາກທະນາຄານພັດທະນາອາຊີ ແລະທຶນສົມທົບຈາກລັດຖະບານລາວ, ຊຶ່ງລວມມີມູນ ຄ່າການລົງທຶນທັງໝົດ 47,74 ລ້ານກວ່າໂດລາສະຫະລັດ, ປະກອບມີ 7 ໜ້າວຽກ (7 ໂຄງ ການ) ທີ່ຈະຈັດຕັ້ງປະຕິບັດ ໃນ 3 ເມືອງຄື: ນະຄອນໄກສອນ ພົມວິຫານ, ເມືອງພີນ ແລະບ້ານແດນສະຫວັນ ເມືອງ ເຊໂປນ;

ສຳລັບໂຄງການຕ້ານເຈື່ອນແຄມຂອງກໍແມ່ນ 1 ໃນ 7 ໂຄງການທີ່ໄດ້ຮັບການຈັດຕັ້ງປະຕິບັດນຳຫຼັງ; ເຫດຜົນຍ້ອນການຈັດສັນງົບປະມານ ເບື້ອງຕົ້ນບໍ່ພຽງພໍ ເຊິ່ງພາຍຫຼັງ ທີ່ຈັດການປະມູນໃນ 6 ໂຄງ ການສຳເລັດເຫັນວ່າສາມາດ ຮັກສາງົບປະມານໄດ້ເຖິງ 7 ລ້ານກວ່າໂດລາ ຈຶ່ງໄດ້ມີການອອກແບບກັນເຈື່ອນຄືນໃໝ່ ແລະຈັດການປະມູນຂຶ້ນຊຶ່ງມີ ບໍລິສັດສົນໃຈເຂົ້າຮ່ວມຈຳ ນວນ 9 ບໍລິສັດທັງພາຍໃນ ແລະຕ່າງປະເທດ ໃນນີ້ແມ່ນ ບໍລິສັດລາວມີໄຊ ກໍ່ສ້າງຈຳກັດ ເປັນຜູ້ຊະນະການປະມູນໃນ ເງື່ອນໄຂຂອງການແຂ່ງຂັນ ໃນມູນຄ່າ 4,5 ລ້ານກວ່າໂດ ລາສະຫະລັດ,

ໂດຍມູນຄ່າດັ່ງ ກ່າວລວມມີການກໍ່ສ້າງກັນ ເຈື່ອນແຄມຂອງລວງຍາວ 980 ແມັດ,ຈັດສັນສວນສາທາລະນະ, ປູກຕົ້ນໄມ້, ສະໜອງ ສິ່ງອຳນວຍຄວາມສະດວກ ອື່ນໆທີ່ລະບຸໄວ້ໃນການອອກ ແບບ ແລະການກໍ່ສ້າງເສັ້ນທາງ ເບຕົງເສີມເຫຼັກ ຄວາມຍາວ 980 ແມັດຕາມຄວາມຍາວ ຂອງກັນເຈື່ອນ ໂຄງການນີ້ໄດ້ ຈັດພິທີເຊັນສັນຍາຢ່າງເປັນ ທາງການໃນວັນທີ 5/6/2019 ນີ້, ເຊິ່ງຈະໃຊ້ເວລາໃນການກໍ່ສ້າງທັງໝົດ 2 ປີ ກໍ່ຄືຮອດວັນທີ 5/6/2021.

ໂອກາດນີ້, ທ່ານ ທ່ອນ ແກ້ວ ພຸດທະໄກຍະລາດ ກໍ່ໄດ້ ຮຽກຮ້ອງມາຍັງເຈົ້າຂອງໂຄງ ການ, ທີ່ປຶກສາ ແລະບໍລິສັດ ຜູ້ຮັບເໝົາກໍ່ສ້າງໃຫ້ເອົາໃຈໃສ່ ່ເຮັດໃຫ້ການດຳເນີນການກໍ່ ສ້າງດຳເນີນໄປຢ່າງມີປະສິດ ທິຜົນ, ຮັບປະກັນຄຸນະພາບ, ສຳ ເລັດຕາມວັນເວລາທີ່ໄດ້ເຊັນ ສັນຍາກັນໄວ້ ແລະອີກອັນໜຶ່ງ ກໍ່ຂໍຮຽກຮ້ອງມາຍັງການນຳນະຄອນໄກສອນ ພົມວິຫານ ແລະນາຍບ້ານທີ່ຕັ້ງໃນໂຄງການຈົ່ງໃຫ້ຄວາມຮ່ວມມືຊຸກ ຍູ້ໃຫ້ໂຄງການນີ້ດຳເນີນໄປສຳເລັດຕາມເປົ້າໝາຍ

ເພື່ອເຮັດໃຫ້ແຄມຂອງແຫ່ງນີ້ກາຍເປັນ ບ່ອນພັກຜ່ອນຢ່ອນອາລົມຂອງ ປະຊາຊົນຊາວແຂວງສະຫວັນ ນະເຂດ ກໍ່ຄືທຸກພາກສ່ວນທີ່ອາໄສຢູ່ໃນນະຄອນໄກສອນ ພົມວິຫານ ກາຍເປັນສູນກາງ ໃນການດຶງດູດນັກທ່ອງທ່ຽວ ເພາະສະຖານທີ່ນີ້ມີອາຫານ ການກິນ, ມີບ່ອນຊື້-ຂາຍສິນຄ້າ ແລະເຊື່ອມໂຍງໃສ່ຕະຫຼາດ ກາງຄືນທີ່ເຮົາມີຢູ່ແລ້ວ.ຫຼັງຈາກນັ້ນ, ຄະນະປະ ທານພ້ອມດ້ວຍແຂກທີ່ເຂົ້າ ຮ່ວມໃນພິທີ ກໍ່ໄດ້ຮ່ວມກັນຕັດ ແຖບຜ້າ ແລະປ່ອຍໝາກປຸ້ງ ເພື່ອເປີດການກໍ່ສ້າງກັນເຈື່ອມແຄມຂອງຢ່າງເປັນການ.

ພາບ-ຂ່າວ: ໜັງສືພິມ ສະຫວັນພັດທະນາ

Comments