ກວດພົບການຫັນປ່ຽນປະເພດດິນ ບໍ່ຖືກກົດໝາຍ ເນື້ອທີ່ເກືອບ 6 ແສນຕາແມັດ

ຕາມການຕິດຕາມກວດກາ ເຫັນວ່າມີການຫັນປ່ຽນ, ປ່ຽນເປົ້າໝາຍ ໃນການນໍາໃຊ້ທີ່ດິນພາຍໃນແຂວງເປັນຈຳນວນຫຼາຍ ທ່ານ ສົມສະຫງວນ ສຸວັນນະລາດ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ລາຍງານ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ I ໃນວັນທີ 30 ກໍລະກົດ 2019 ຢູ່ຫ້ອງປະຊຸມສະພາແຫ່ງຊາດແຂວງບໍລິຄຳໄຊ.

ໄລຍະຜ່ານມາທາງພະແນກໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ໄດ້ລົງກວດກາຊຸ່ມບາງບ້ານເປົ້າໝາຍ ໃນ 5 ເມືອງ, 35 ບ້ານ ພົບເຫັນການຫັນປ່ຽນປະເພດດິນ ແລະ ປ່ຽນເປົ້າໝາຍການນໍາໃຊ້ທີ່ດິນ ໂດຍບໍ່ໄດ້ຮັບອະນຸຍາດ ແລະ ບໍ່ຖືກຕ້ອງຕາມລະບຽບ, ກົດໝາຍ ຕອນດິນທີ່ຫັນປ່ຽນປະເພດ ມີຈຳນວນ 141 ຕອນ ເນື້ອທີ່ 384.484 m2 ແລະ ຕອນດິນທີ່ປ່ຽນເປົ້າໝາຍການນຳໃຊ້ 128 ຕອນ ເນື້ອທີ່ 213.043 m2, ສ່ວນໃຫຍ່ ແມ່ນການຖົມເນື້ອທີ່ດິນກະສິກໍາ ເຂດໃຈກາງເມືອງ, ອ້ອມຂ້າງໃຈກາງເມືອງ ແລະ ເຂດຊົນນະບົດຂອງແຕ່ລະເມືອງ ມາເປັນປະເພດດິນປຸກສ້າງທີ່ຢູ່ອາໃສ ແລະ ດິນອຸດສາຫະກໍາ-ການຄ້າການບໍລິການ, ສ່ວນຢູ່ເຂດຊົນນະບົດ-ພູດອຍ ແມ່ນປ່ຽນເປົ້າໝາຍການນໍາໃຊ້ເນື້ອທີ່ດິນຈາກທີ່ດິນປ່າໄມ້ ມາເປັນດິນກະສິກໍາ ນັ້ນເຮັດໃຫ້ການເກັບກຳສະຖິຕິ, ຂໍ້ມູນ ແລະ ການຄຸ້ມຄອງຂອງພາກລັດ ພົບກັບຄວາມຫຍຸ້ງຍາກ, ພ້ອມດຽວກັນ ຍັງເຮັດໃຫ້ລັດເຮົາເສຍຜົນປະໂຫຍດເປັນຈຳນວນຫຼວງຫຼາຍ.

ສຳລັບການແກ້ໄຂບັນຫາດັ່ງກ່າວ ທ່ານຫົວໜ້າພະແນກ ຍັງໄດ້ລາຍງານຕື່ມອີກວ່າ ຈະໄດ້ເພີ່ມທະວີການໂຄສະນາເຜີຍແຜ່, ເຊື່ອມຊືມ ບັນດານິຕິກຳທີ່ກ່ຽວຂ້ອງ ໃຫ້ປະຊາຊົນ ແລະ ພາກສ່ວນທຸລະກິດ, ລົງເກັບກຳຂໍ້ມູນຕອນດິນຄືນໃໝ່ໃນທົ່ວແຂວງ, ສົມທົບກັບພາກສ່ວນກ່ຽວຂ້ອງ ຕິດຕາມກວດກາຢ່າງເປັນປະຈຳ ແລະ ອື່ນໆ ຖ້າພົບເຫັນບຸກຄົນ ຫຼື ການຈັດຕັ້ງ ຫາກປ່ຽນແປງປະເພດການນຳໃຊ້ທີ່ດິນ ໂດຍບໍ່ໄດ້ຮັບອະນຸຍາດຈະຖືກປັບໄໝ 5 ເທົ່າ ຂອງຜົນຜະລິດສະເລ່ຍໃນປີນັ້ນ.

ພາບ-ຂ່າວ: ແຂວງບໍລິຄຳໄຊ

Comments