ສາເຫດສຳຄັນທີ່ເຮັດໃຫ້ເງິນກີບອ່ອນຄ່າລົງ ແລະ ອັດຕາເງິນເຟີ້ປັບຕົວສູງຂຶ້ນ

ການຂາດດຸນການຄ້າກັບຕ່າງປະເທດຂອງລາວ ຄືສາເຫດສຳຄັນທີ່ເຮັດໃຫ້ເງິນກີບອ່ອນຄ່າລົງ ແລະອັດຕາເງິນເຟີ້ປັບຕົວສູງຂຶ້ນ

ເມື່ອບໍ່ດົນມານີ້ ເຈົ້າໜ້າທີ່ຂັ້ນສູງຂອງກອງທຶນການເງິນສາກົນ ຫຼື IMF ປະຈຳອາຊຽນ ເປີດເຜີຍວ່າ ການຂາດດຸນການຄ້າຕ່າງປະເທດຂອງລາວ ຄືສາເຫດສຳຄັນທີ່ເຮັດໃຫ້ເງິນ ກີບອ່ອນຄ່າລົງ ແລະ ອັດຕາເງິນເຟີ້ກໍປັບຕົວສູງຂຶ້ນດ້ວຍເຊັ່ນກັນ ທັງຍັງເຮັດໃຫ້ທຶນສຳຮອງ ເງິນຕາຕ່າງປະເທດຂອງລັດຖະບານລາວ ຫຼຸດລົງຢ່າງຕໍ່ເນື່ອງ ເພາະການຂາດດຸນການຄ້າຕ່າງປະເທດ ເຮັດໃຫ້ລັດຖະບານລາວ ຕ້ອງໃຊ້ເງິນຕາຕ່າງປະເທດ ເພື່ອຊຳລະລາຄາສິນຄ້າທີ່ນຳເຂົ້າຫຼາຍກວ່າ ການສົ່ງອອກໄປຕ່າງປະເທດນັ້ນເອງ.

ຈາກລາຍງານຂອງກະຊວງອຸດສາຫະກຳ ແລະການຄ້າໃຫ້ຮູ້ວ່າ ແຕ່ເດືອນ 1-6 ປີ 2019 ມູນຄ່າການນໍາເຂົ້າ ແລະ ສົ່ງອອກທັງໝົດປະມານ 5.469,47 ລ້ານໂດລາສະຫະລັດ ໃນນັ້ນສົ່ງອອກປະມານ 2.743,69 ລ້ານໂດລາສະຫະລັດ ແລະ ນໍາເຂົ້າປະມານ 2.725,77 ລ້ານໂດລາສະຫະລັດ ເກີນດຸນການຄ້າປະມານ 17,92 ລ້ານໂດລາສະຫະລັດ.

ທາງດ້ານ ນັກຊ່ຽວຊານດ້ານການເງິນຂອງທະນາຄານໂລກ ປະຈຳລາວ ບອກວ່າ ລັດຖະບານລາວ ຍັງຈະຕ້ອງປະເຊີນກັບການເປັນໜີ້ເພີ່ມຂຶ້ນດ້ວຍ ໂດຍມີສາເຫດມາຈາກການກູ້ຢືມເງິນຕ່າງປະເທດ ເພື່ອນຳມາໃຊ້ເພື່ອການດຸ່ນດ່ຽງ ດ້ານລາຍຈ່າຍທີ່ສູງກວ່າລາຍຮັບໃນແຕ່ລະປີ ໂດຍປີ 2018 ໜີ້ສິນຂອງລັດຖະບານລາວ ມີມູນຄ່າລວມຫຼາຍກວ່າ 12.104 ລ້ານໂດລາ ຄິດເປັນ 65.3 ເປີເຊັນ ຂອງ GDP ແລະຄາດໝາຍວ່າ ຈະເພີ່ມຂຶ້ນ ເປັນ 13.491 ລ້ານໂດລາ ຫຼືຄິດເປັນ 68 ເປີເຊັນຂອງ GDP ໃນປີ 2019 ອີກດ້ວຍ.

ທີ່ມາ: ABC Lao News

Comments