ລັດຖະມົນຕີກະຊວງການຕ່າງປະເທດລາວ ພົບປະກັບ ລັດຖະມົນຕີຕ່າງປະເທດລັດເຊຍ

ໃນໂອກາດກອງປະຊຸມລະດັບເຈົ້າໜ້າທີ່ອາວຸໂສອາຊຽນ, ໃນວັນທີ 31 ກໍລະກົດ 2019 ທີ່ ບາງກອກ ປະເທດໄທ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ເຊຣເກ ລາວາຣົບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນລັດເຊຍ.
ສອງຝ່າຍ ໄດ້ປຶກສາຫາລືກັນ ກ່ຽວກັບສະພາບການ ແລະ ທິດທາງໃນການພັດທະນາການພົວພັນຮ່ວມມືສອງຝ່າຍ ໂດຍເນັ້ນໜັກເຖິງການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນລະດັບສູງສຸດ ກ່ຽວກັບການປຶກສາຫາລືດ້ານການເມືອງແບບເລິກເຊິ່ງ, ເພີ່ມທະວີການຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ວຽກງານດ້ານການຊ່ວຍເຫຼືອມະນຸດສະທຳ, ຮັດແໜ້ນການປະສານງານ ເຊິ່ງກັນ ແລະ ກັນ ໃນວຽກງານສາກົນ.

ທີ່ມາ: ຂ່າວສານປະເທດລາວ.

 

Comments