ລັດຖະບານເຮົາຈິງຈັງໃນການແກ້ໄຂບັນຫາການຄຸ້ມຄອງທີ່ດິນ ໃຫ້ເຊົ່າ ແລະ ສຳປະທານ

ຄວາມພູມໃຈຂອງປະຊາຊົນ ໃນການບໍລິຫານປະເທດ ຂອງຄະນະລັດຖະບານຊຸດປັດຈຸບັນ ແມ່ນມີຫຼາຍແນວ ແຕ່ໜຶ່ງໃນນັ້ນ ເພິ່ນໄດ້ຮັບຟັງບັນຫາ, ຍອມຮັບຂໍ້ຜິດພາດໃນອາດີດ ເພື່ອປັບປຸງ ແລ້ວມຸ່ງສູ່ຫົນທາງທີ່ດີກວ່າເກົ່າ ໂດຍສະເພາະ ເລື່ອງທີ່ກ່ຽວຂ້ອງກັບ ຊັບພະຍາກອນທຳມະຊາດ ເຊັ່ນ ທີ່ດິນ.

ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ກ່າວ ໃນກອງປະຊຸມສະພາ ສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 8 ເມື່ອວັນທີ 7 ມິຖຸນາຜ່ານມານີ້ ວ່າ “ພາຍໃຕ້ກົດໝາຍ, ກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ມີໜ້າທີ່ໃນການຄຸ້ມຄອງທີ່ດິນ ແຕ່ໃນປັດຈຸບັນ ກະຊວງດັ່ງກ່າວພັດ ບໍ່ໄດ້ໄປມີສ່ວນຮ່ວມ ໃນການ ສຳປະທານທີ່ດິນຢ່າງເຕັມສ່ວນ ເມື່ອເປັນແນວນັ້ນ ຈຶ່ງບໍ່ສາມາດສະໜອງຂໍ້ມູນຢ່າງພຽງພໍແກ່ ກະຊວງການເງິນ ເພື່ອເກັບກຳພາສີດັ່ງກ່າວຢ່າງຄົບຖ້ວມ”.

ທ່ານາຍົກລັດຖະມົນຕີ ຍັງກ່າວຕຶ່ມວ່າ “ປະເທດລາວໄດ້ໃຫ້ເຊົ່າ ແລະສຳປະທານທີ່ດິນ ຫຼາຍໂຄງການໃນທົດສະວັດທີ່ຜ່ານມາ ແຕ່ບໍ່ໄດ້ເຮັດບົດລາຍງານ ເປັນທາງການ ກ່ຽວກັບຈຳນວນລາຍຮັບ ທີ່ລັດຖະບານໄດ້ຮັບ ຈາກການຂຸດຄົ້ນ ຊັບພະຍາກອນທຳມະຊາດ”.

ສິ່ງດັ່ງກ່າວ ມັນໄດ້ກາຍເປັນເລື່ອງຈິງທີ່ໜ້າເສົ້າ ແລະໄດ້ບົ່ງບອກ ເຖິງເຫດຜົນວ່າ ເປັນຫຍັງ ພວກເຮົາມີ ໂຄງການລົງທຶນຢ່າງຫຼວງຫຼາຍ ແຕ່ບໍ່ສາມາດ ເກັບກູ້ລາຍຮັບຕາມແຜນການ, ປະຊາຊົນກໍຍັງບໍ່ສາມາດ ຫຼຸດພົ້ນຈາກ ຄວາມທຸກຍາກ ຕາມທີ່ພວກເຮົາໄດ້ວາດໄວ້ເທື່ອ.

ບັນຫາດັ່ງກ່າວ ຍິ່ງເລິກເຊິ່ງ ແລະຈະແຈ້ງຂຶ້ນ ເມື່ອພວກເຮົາໄດ້ຮັບຟັງການເຈາະຈິ້ມບັນຫາ ຂອງສະມາຊິກສະພາແຫ່ງຊາດ ໃນວາລະການດຳເນີນກອງປະຊຸມສະພາດັ່ງກ່າວ, ທ່ານ ວົງສະຫວັນ ໄຊຍະວົງ ສະມາຊິກສະພາແຫ່ງຊາດ ເຂດ 4 ແຂວງອຸດົມໄຊ ກ່າວວ່າ “ໃຫ້ລັດຖະບານປະເມີນຄືນ ໂຄງການທີ່ ພາກເອກະຊົນ ຈັດຕັ້ງປະຕິບັດ ໃນຂັ້ນທ້ອງຖິ່ນ ແຕ່ຂຶ້ນກັບຄວາມຮັບຜິດຊອບຂອງສູນກາງ ໃນກໍລະນີເກີດ ມີບັນຫາ ໂດຍສະເພາະ ໂຄງການຂຸດຄົ້ນບໍ່ແຮ່ ເພື່ອສົ່ງອອກ ແຕ່ປະຊາຊົນໃນພື້ນທີ່ນັ້ນບໍ່ໄດ້ຮັບ ຜົນປະໂຫຍດຫຍັງ”.

ມັນເປັນເລື່ອງເຈັບປວດພໍສົມຄວນ ທີ່ເທື່ອໃດ ເຫັນປະຊາຊົນ ຜູ້ທີ່ອີງອາໄສຊັບພະຍາກອນ ທຳມະຊາດ ເປັນຕົ້ນດິນດອນຕ່ອນຫຍ້າ ເພື່ອປູກຝັງ-ລ້ຽງສັດ ໃນການລ້ຽງຊີບເຂົາເຈົ້າຢ່າງພໍພຽງ ແຕ່ຢູ່ບໍ່ຢູ່ ພັດວ່າ ຖືກໂຄງການ ພັດທະນາໃດໜຶ່ງ ໂດຍພື້ນທີ່ ທີ່ປະຊາຊົນ ອີງອາໄສ ມາແຕ່ປູ່ຍ່າຕາຍາຍນັ້ນ ຕົກຢູ່ໃນ ກຳມື ຂອງ ພາກເອກະຊົນ ແລ້ວປະຊາຊົນ ພັດບໍ່ໄດ້ຮັບສິ່ງທົດແທນຢ່າງສົມເຫດສົມຜົນ, ແທນທີ່ຈະເຮັດໃຫ້ ເຂົາເຈົ້າພົ້ນທຸກ ແຕ່ກັບທຸກຊໍ້າຕຶ່ມລົງອີກ ອັນນີ້ ກໍມີຫຼາຍກໍລະນີ.

ແຕ່ເຖິງຢ່າງໃດກໍຕາມ, ມາຮອດດຽວນີ້ ລັດຖະບານເຮົາ ເພິ່ນຮັບຮູ້ບັນຫາ ແລະຍອມຮັບໃນຂໍ້ຜິດພາດ ໃນໄລຍະຜ່ານມາ, ບໍ່ມີຫຍັງຈະດີກວ່າ ເມື່ອພວກເຮົາຮັບຮູ້ ສິ່ງທີ່ຜິດພາດ ນຳມາເຊິ່ງການສູນເສຍຂອງ ຜົນປະໂຫຍດສ່ວນລວມ ແລ້ວ ນຳມາເຊິ່ງການແກ້ໄຂຢ່າງເດັດດ່ຽວ.

ຄວາມພະຍາຍາມ ຂອງລັດຖະບານໃນການແກ້ໄຂບັນຫາດັ່ງກ່າວ (ແລະ ບັນຫາອື່ນໆ) ແມ່ນມີຄວາມຈະແຈ້ງຂຶ້ນ ນັບມື້ ໂດຍສະເພາະ ການເປີດເຜີຍສະຖິຕິ ການສໍ້ລາດບັງຫຼວງ ທີ່ເປັນພະຍາດຊໍ້າເຮື້ອອັນຮ້າຍແຮງ ແລະແກ່ຍາວ ເຊິ່ງເປັນການຖ່ວງດຶງ ໃນການແກ້ໄຂບັນຫາອື່ນໆຂອງລັດຖະບານ ໃນນັ້ນກໍລວມມີ ການລົງທຶນໃສ່ຊັບພະຍາກອນ ທີ່ດິນນີ້ລະ ທີ່ເປັນບັນຫາ ທີ່ແກ້ບໍ່ຕົກມາຫຼາຍປີ.

ມາຮອດມື້ນີ້ ເຊື່ອແນ່ວ່າ ລັດຖະບານເຮົາຈິງຈັງໃນການແກ້ໄຂບັນຫາດັ່ງກ່າວ ທີ່ຖ່ວງດຶງການພັດທະນາປະເທດ ມາດົນ ໃຫ້ລຸລ່ວງໄປໄດ້ດ້ວຍດີ ເພື່ອນຳເອົາຄວາມຮັ່ງມີມາສູ່ປະຊາຊົນຢ່າງແທ້ຈິງ.

ບົດຄວາມຄັດຈາກ:ໜັງສືພິມລາວພັດທະນາ

Comments