ເຕືອນ!!! ປະຊາຊົນອັດຕະປື ຢ່າເກັບ ວັດຖຸຄືຄຳດິບ ທີ່ບໍ່ມີຄຸນຄ່າ ແລະ ອາດເປັນອັນຕະລາຍ

ວິຊາການເຕືອນ: ວັດຖຸຄືຄຳດິບຢູ່ແຂວງ ອັດຕະປື ມີຄຸນຄ່າທາງດ້ານເສດຖະກິດຕ່ຳ ແລະອາດຈະເປັນອັນຕະລາຍຕໍ່ສຸຂະພາບ

ກຳລັງເປັນເລື່ອງທີ່ສັງຄົມໃຫ້ຄວາມສົນໃຈຫຼາຍ ກໍລະນີປະຊາຊົນ ແຫ່ກັນໄປເກັບວັດຖຸຄືຄຳດິບທີ່ຕິດຕາມເສດກ້ອນຫີນບົດໃນເຂດຫົນທາງສ້ອມແປງໃໝ່ ຈຸດບ້ານທ່າຫີນຫາບ້ານນາສະຄາວ ເມືອງ ສາມັກຄີໄຊ.

ແຫຼ່ງຂ່າວຈາກແຂວງອັດຕະປື ໃຫ້ຮູ້ວ່າ:
ທ່ານ ວິທະຍາ ພົມມະຈັນ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງອັດຕະປືຢັ້ງຢືນໃນວັນທີ 15 ມິຖຸນານີ້ວ່າ: ທີ່ປະຊາຊົນເຂົ້າໃຈວ່າເປັນຄຳທີ່ຕິດກັບຫີນນຳມາປູທາງ ແລ້ວພາກັນແຫ່ໄປເກັບຢ່າງຫຼວງຫຼາຍນັ້ນ ແມ່ນເປັນຄວາມສ່ຽງຕໍ່ການສັນຈອນ, ເປັນຄວາມສ່ຽງໃນການເກີດອຸບັດຫດ ຖ້າວ່າມີຍາດຕິພີ່ນ້ອງໄດ້ພົບເຫັນປະຊາຊົນຍັງເກັບຢູ່ໃນຂອບເຂດດັ່ງກ່າວນີ້ ກະລຸນາຊ່ວຍກັນແຈ້ງໃຫ້ຊາບວ່າ ວັດຖຸນັ້ນ ບໍ່ມີຄຸນຄ່າຫຍັງ ພຽງແຕ່ເປັນໂລຫະຕິດກັນຊື່ໆ .
ທ່ານກ່າວຕື່ມອີກວ່າ: ວັດຖຸດັ່ງກ່າວ ຖ້າວ່າມີລາຄາຄົງຈະບໍ່ໄດ້ຮັບການຂຸດຄົ້ນດັ່ງທີ່ສັງຄົມໃຫ້ຄວາມສົນໃຈໃນປັດຈຸບັນ.


ຕໍ່ກັບບັນຫານີ້ ມີແຫຼ່ງຂໍ້ມູນໃຫ້ຮູ້ອີກວ່າ: ຫີນຂົບທີພະແນກ ຍທຂ ແຂວງອັດຕະປືອະນຸຍາດເອົາ ໄປປູທາງ ເປັນແຮ່ໃນຕະກຸນ ປີຣາຍ pyrite ທີ່ມີກຳມະຖັນສູງ ແລະ ມີພິດເມື່ອຖືກຄວາມຮ້ອນລະເຫີຍເປັນອາຍ, ມີຄຸນຄ່າທາງເສດຖະກິດຕ່ຳ(ບໍ່ມີລາຄາສູງ). ດັ່ງນັ້ນ, ຈຶ່ງແຈ້ງເຕືອນມາຍັງພໍ່ແມ່ປະຊາຊົນ ບໍ່ຈຳເປັນຕ້ອງໄປເກັບໃຫ້ເມື່ອຍເສຍແຮງ ຖ້າເກັບຮັກສາໄວ້ໃກ້ເປັນຈຳນວນຫຼາຍອາດຈະເປັນອັນຕະລາຍຕໍ່ສຸຂະພາບຂອງທ່ານ.​


ໂດຍ: ມາລາທິບ

ທີ່ມາ: ຂ່າວສານປະເທດລາວ.

Comments