ຂັ້ນຕອນ ແລະ ເອກະສານປະກອບເພື່ອຂໍໃບຢັ້ງຢືນການມອບອາກອນປະຈຳປີ

ກະຊວງການເງິນອອກລະບຽບ ກ່ຽວກັບການອອກໃບຢັ້ງຢືນການມອບອາກອນ ເລກທີ 1025/ກງ, ລົງວັນທີ 03 ເມສາ 2019 ແນໃສ່ເພື່ອຄຸ້ມຄອງ ແລະ ຕິດຕາມ ການມອບອາກອນປະເພດຕ່າງໆເຂົ້າງົບປະມານແຫ່ງລັດໃຫ້ມີຄວາມຖືກຕ້ອງ ຄົບຖ້ວນ ເປັນເອກະພາບໃນຂອບເຂດທົ່ວປະເທດ, ຮັບປະກັນຜົນປະໂຫຍດອັນຊອບທຳຂອງຜູ້ມອບ ແລະ ຜູ້ເສຍອາກອນ. ໃບຢັ້ງຢືນການມອບອາກອນແມ່ນເອກະສານຢັ້ງຢືນເຖິງ ຄວາມຖືກຕ້ອງ ຄົບຖ້ວນ ໃນການປະຕິບັດພັນທະອາກອນປະເພດຕ່າງໆຂອງຜູ້ດຳເນີນທຸລະກິດ ແລະ ຜູ້ມີລາຍໄດ້ຢູ່ ສປປ ລາວ ແລະ ຢັ້ງຢືນເຖິງສິດໃນການສືບຕໍ່ເຄື່ອນໄຫວທຸລະກຳຕ່າງໆ ທີ່ຕິດພັນກັບການດຳເນີນທຸລະກິດໃນປີຖັດໄປ.

ອີງຕາມລະບຽບ ກ່ຽວກັບໃບຢັ້ງຢືນການມອບອາກອນ ເລກທີ 1025/ກງລົງວັນທີ 03 ເມສາ 2019, ​ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງຂໍໃບຢັ້ງຢືນມອບອາກອນ ຕ້ອງປະກອບເອກະສານຄົບຖ້ວນ ດັ່ງຕໍ່ໄປນີ້:

1. ສຳລັບຜູ້ທີ່ສ້າງຕັ້ງທຸລະກິດໃໝ່
ພາຍຫຼັງໄດ້ຮັບໃບທະບຽນວິສາຫະກິດ ແລະ ເລກປະຈຳຕົວຜູ້ເສຍອາກອນ ຈາກຂະແໜງອຸດສາຫະກຳ ແລະ ການຄ້າແລ້ວ, ຕ້ອງສະເໜີຂໍໃບຢັ້ງຢືນການມອບອາກອນຕໍ່ຂະແໜງສ່ວຍສາອາກອນບ່ອນທີ່ຕົນຂຶ້ນກັບ ຕາມແບບພິມຂອງຂະແໜງສວຍສາອາກອນກຳນົດເພື່ອນຳໃຊ້ເປັນເອກະສານຢັ້ງຢືນໃນການເຄື່ອນໄຫວທຸລະກຳຕ່າງໆທີ່ພົວພັນກັບທຸລະກິດ. ເອກະສານປະກອບເພື່ອຂໍໃບຢັ້ງຢືນການມອບອາກອນປະກອບດ້ວຍ:

– ໃບຄຳຮ້ອງຂໍໃບຢັ້ງຢືນການມອບອາກອນ
– ສຳເນົາທະບຽນວິສາຫະກິດ
– ແຜນລາຍຮັບທຸລະກິດ ແລະ ແຜນການມອບພັນທະອາກອນໃນປີ

2. ສຳລັບຜູ້ດຳເນີນທຸລະກິດທີ່ມີການເຄື່ອນໄຫວທຸລະກິດມາແລ້ວ
ຕ້ອງສະເໜີຂໍໃບຢັ້ງຢືນການມອບອາກອນທຸກໆປີ ໂດຍການຢື່ນບົດສະຫຼຸບບັນຊີປະຈຳປີ ແລະ ເອກະສານທີ່ກ່ຽວຂ້ອງຕໍ່ລັດຖະການສ່ວຍສາອາກອນບ່ອນທີ່ຕົນຂຶ້ນກັບ ບໍ່ໃຫ້ກາຍວັນທີ 31 ມີນາຂອງປີຖັດໄປ. ເອກະສານປະກອບເພື່ອຂໍໃບຢັ້ງຢືນການມອບອາກອນປະກອບດ້ວຍ:

– ຊຸດໃບຄຳຮ້ອງປະກອບມີ: ໃບຄຳຮ້ອງ, ໃບລາຍງານຜົນໄດ້ຮັບປະຈຳປີ, ຕາຕະລາງສະຫຼຸບການມອບພັນທະປະຈຳປີ, ແຜນການສ້າງລາຍຮັບທຸລະກິດ ແລະ ມອບພັນທະອາກອນປະຈຳປີຕໍ່ໄປ.
– ບົດສະຫຼຸບບັນຊີປະຈຳປີ.

3. ສຳລັບຜູ້ດຳເນີນທຸລະກິດທີ່ເສຍອາກອນໃນລະບອບມອບເໝົາ
ຕ້ອງສະເໜີຂໍໃບຢັ້ງຢືນການມອບອາກອນບໍ່ໃຫ້ກາຍວັນທີ 31 ມັງກອນ ຂອງປີຖັດໄປ. ເອກະສານປະກອບເພື່ອຂໍໃບຢັ້ງຢືນການມອບອາກອນປະກອບດ້ວຍ:

– ໃບຄຳຮ້ອງ
– ສັນຍາມອບເໝົາ
– ເອກະສານຢັ້ງຢືນການມອບອາກອນ

ສຳລັບຜູ້ມີລາຍໄດ້ຕ່າງໆ ທີ່ໄດ້ມອບອາກອນຢູ່ ສປປ ລາວ ສາມາດຂໍໃບຢັ້ງຢືນການມອບອາກອນໄດ້ເປັນເດືອນ, ງວດ, 6 ເດືອນ ຫຼື ປີ ຫຼື ໃນເວລາສິ້ນສຸດໂຄງການ ຫຼື ຢຸດການເຄື່ອນໄຫວຕໍ່ ຕາມໄລຍະທີ່ຕ້ອງການນຳໃຊ້.

ນອກຈາກນັ້ນ, ໃບຢັ້ງຢືນການມອບອາກອນຕ້ອງອອກໃຫ້ສຳເລັດພາຍໃນ 5 ວັນລັດຖະການ ນັບແຕ່ວັນທີ່ໄດ້ຮັບເອກະສານ ແລະ ຂໍ້ມູນຢ່າງຖືກຕ້ອງ ແລະ ຄົບຖ້ວນ.

ສຳລັບຂໍ້ມູນເພີ່ມເຕີມ,​ ພົວພັນໄດ້ທີ່
ກະຊວງການເງິນ
ກົມສ່ວຍສາອາກອນ
ໂທ : 021-217025, 021-242688
ເວັບໄຊທ໌: http://taxservice.mof.gov.la/websquare/websquare.do

ທີ່ມາ: ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ / Lao PDR Trade Portal

Comments