ລົງທຶນສ້າງຕັ້ງເຮັດທຸລະກິດຮ້ານກາເຟ ແບບໃດບໍ່ໃຫ້ເຈັ້ງ!!!!

ຄິດວ່າຫຼາຍຄົນມີຄວາມຝັນຢາກມີທຸລະກິດເປັນຂອງຕົນເອງ ແລະ ບາງຄົນກໍອາດມີຄວາມຝັນ ຢາກມ່ີທຸລະກິດຮ້ານກາເຟ ແຕ່ເມື່ອລົງທຶນແລ້ວກໍຢ້ານຈະພົບພໍ້ກັບອຸປະສັກ ເພາະຕະຫຼາດຮ້ານກາເຟ ແມ່ນມີຫຼາຍ ຄູ່ແຂ່ງກໍຫຼາຍທັງຮ້ານທີ່ເປັນແຟຣນຟາຍແບຣນລະດັບໂລກ ກໍເຂົ້າມາບ້ານເຮົາເລື້ອຍໆ.

ເມື່ອມີການແຂ່ງຂັນສູງ ການເຮັດທຸລະກິດ ເປີດຮ້ານກາເຟ ຂອງນັກທຸລະກິດທຸກຄົນ ບໍ່ແມ່ນວ່າຈະໄປລອດໝົດທຸກຄົນ  ຫຼາຍຄົນຕ້ອງຂາດທຶນ ຫຼື ຂັ້ນເຖິງປິກກິດຈະການ ເນື່ອງຈາກຫຼາຍສາເຫດ. ດັ່ງນັ້ນ, ທາເກັດ ຈຶ່ງໄດ້ລວບລວມເຫດຜົນທີ່ເຮັດໃຫ້ຮ້ານກາເຟ ບໍ່ປະສົບຄວາມສຳເລັດ ມາຝາກເພື່ອເປັນແນວທາງການປັບແນວທາງທຸລະກິດ ແລະ ຫຼຸດຂໍ້ຄວາມສ່ຽງໃນການຜິດພາດໃນອະນາຄົດ.

  1. ບໍ່ລົງທຶນເລື່ອງ ສະຖານທີ່ຕັ້ງຂອງຮ້ານ

ຖ້າຫາກຢາກຫຼຸດຕົ້ນທຶນໃນການຊອກຫາສະຖານທີ່ຕັ້ງຂອງຮ້ານ ໃນລຳດັບຮອງໆລົງມາ ຫຼື ສະຖານທີ່ຕັ້ງຮ້ານອາດບໍ່ເປັນທຳເລທີ່ດີ ແລະ ອາດໄດ້ລາຄາເຊົ່າຖືກ ແຕ່ມັນກໍເປັນຜົນດີພຽງໄລຍະສັ້ນ,​ ສ່ວນໃນໄລຍະຍາວອາດບໍ່ສົ່ງຜົນດີຕໍ່ທຸລະກິດນີ້ເລີຍ ຈົ່ງເຊື່ອວ່າການລົງທຶນຫາທຳເລ ສະຖານທີ່ຕັ້ງທີ່ດີ ຈະຈ່າຍແພງກວ່າ ແຕ່ກໍຄຸ້ມແນ່ນອນ.

2. ບໍລິຫານ ຮ້ານບໍ່ເປັນ

ບໍລິຫານຮ້ານບໍ່ເປັນຄື ອາດຈະເກີດຂຶ້ນຈາກທ່ານບໍ່ຮູ້ຈັກການບໍລິຫານຈັດການພາຍໃນຮ້ານໃຫ້ດີ ສັງເກດບໍ່ວ່າ ຮ້ານກາເຟທີ່ລູກຄ້າຕິດໃຈ ມັກຈະເປັນຮ້ານທີ່ສ້າງການຮັບຮູ້  ຫຼື ຈາກການເຮັດໂປໂມຊັນ ໃຫ້ລູກຄ້າສົນໃຈ ດຽວນີ້ຮ້ານກາເຟ ນອກຈາກຈະແຂ່ງຂັນກັນທີ່ລົດຊາດແລ້ວ ຍັງຕ້ອງແຂ່ງຂັນກັນບໍລິການຂອງຮ້ານໃດດີກວ່າກັນອີກ.

3. ບໍ່ມີຈຸດຂາຍຂອງຮ້ານ

ຖ້າຫາກຄິດຈະຂາຍກາເຟ ເຮົາຕ້ອງຄິດກ່ອນສະເໝີວ່າ ຈະມີຫຍັງແດ່ໃຫ້ຄົນສົນໃຈຮ້ານເຮົາ ຖ້າຫາກໃນເຂດດຽວກັນທີ່ຕັ້ງຂອງຮ້ານທ່ານມີຮ້ານກາເຟ ຢູ່ 3​ ຮ້ານ ຈະເຮັດແນວໃດໃຫ້ຮ້ານເຮົານັ້ນໂດດເດັ່ນຫຼາຍທີ່ສຸດ ເຊັ່ນ: ໂລໂກ້, ປ້າຍໜ້າຮ້ານເດັ່ນໆ, ຕົບແຕ່ງຮ້ານໃນນ່າຮັກແຕກຕ່າງ ແຕ່ບໍ່ແນະນຳໃຫ້ສ້າງຈຸດເດັ່ນດ້ວຍເລື່ອງລາຄາຖືກ ເຊິ່ງອາດຈະດຶງດູດລູກຄ້າໄດ້ດີ ໃນໄລຍະທຳອິດ ແຕ່ໃຫ້ເຊື່ອວ່າ ວິທີນີ້ບໍ່ໄດ້ດີກັບຜູ້ລົງທຶນແນ່ນອນ.

4. ການບໍລິການຂອງພະນັກງານ 

ເຈົ້າຂອງຮ້ານທີ່ບໍ່ມີເວລາມາເບິ່ງຮ້ານເລື້ອຍໆ ແລະ ຈຳເປັນຕ້ອງຈ້າງພະນັກງານ ບຣາເລດຕຣາ, ພະນັກງານເສີບ ກໍຄວນເຝິກອົບຮົມພະນັກງານ ໃຫ້ຍີ້ມແຍ້ມແຈ່ມໃສ, ມີຄວາມເປັນກັນເອງກັບລູກຄ້າ, ຮູ້ຈັກການເບິ່ງແຍງລູກຄ້າ  ໃສ່ໃຈການຈື່ເມນູລູກຄ້າຖ້າເປັນໄປໄດ້ ລາຍລະອຽດເລັກໆນ້ອຍໆເຫຼົ່ານີ້ ຈະເຮັດໃຫ້ຮ້ານທ່ານມີລູກຄ້າປະຈຳ, ນັກດື່ມບາງຄົນຊື້ກາເຟເພາະຄວາມ ລື້ງເຄີຍ ກັບຜູ້ໃຫ້ບໍລິການ ເຮັດໃຫ້ຕິດໃຈມາຊື້ນຳເລື້ອຍໆ ຢ່າເບິ່ງຂ້າມລາຍລະອຽດເລັກໆນ້ອຍໆເຫຼົ່ານີ້ຂອງລູກຄ້າເດັດຂາດ.

ສຳລັບ, ຮ້ານກາເຟ ທີ່ເດັ່ນໆຂອງລາວ ແລະ ມີກາເຟລາວພີມຽມທີ່ຄັດສັນຈາກ ພູພຽງບໍລະເວນ. ທາເກັດ ຂໍແນະນຳເລີຍ ຮ້ານ Kaogee cafe ທີ່ມີບັນຍາກາດດີ ເປັນກັນເອງເຢັນສະບາຍ (ອາກາດຮ້ອນແບບນີ້ເໝາະມານັ່ງຈິບກາເຟ ກັບໝູ່ເພື່ອນ ຫຼື ລົມວຽກງານ), ການຕົບແຕ່ງຮ້ານແບບສະໄຕ໌ລ໋ອບ ທີ່ມີມູມງາມໆໄວ້ໃຫ້ຖ່າຍຮູບ ແຖມພະນັກງານກໍເປັນກັນເອງ, ບໍລິການດ້ວຍຮອຍຍິ້ມ ອີກດ້ວຍ. ຮ້ານ Kaogee Cafe  ມີ 5 ສາຂາ: ສາຂາອາຄານຕືກ K & C Group Building, ສາຂາໜອງບອນ, ສາຂາເພຍວັດ, ສາຂາໂພນສະຫວັນໃຕ້ (ເປັນສາຂານ້ອງໃຫມ່) ແລະ ສາຂາຫຼວງພະບາງ.

ທ່ານກໍສາມາດ  ສັ່ງອາຫານ, ເຂົ້າຈີ້ ຫຼື ເຄື່ອງດື່ມເຢັນໆ ຈາກຮ້ານ Kaogee Cafe ໄປກິນຢູ່ບ້ານ ຫຼື ຫ້ອງການ ກໍໄດ້ (ສະດວກສະບາຍ ແລະ ປອດໄພອີກ) ໂທ: 030-2229888 | 030-595000, ນອກຈາກສາມາດສັ່ງຜ່ານໂດຍກົງຈາກຮ້ານແລ້ວ
ຍັງສາມາດສັ່ງຜ່ານແອັບ GOTEDDY ທາງມືຖືໄດ້.

GOTEDDY ສົ່ງເຖິງທີ່ໄດ້ເລີຍ ???
ໂຫລດແອັບ #GOTEDDY ໄດ້ແລ້ວ ໃຊ້ງານງ່າຍ, ປອດໄພ ຖືກ, ໄວ.

by thaksuthee

 

Comments